ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ, ຊຶ່ງປະຈຸບັນ ສະພາບການລະບາດຂອງພະຍາດໄຂ້ຍຸງລາຍໃນຂອບເຂດທົ່ວປະເທດ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ.
ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ນັບແຕ່ວັນທີ 26 ທັນວາ 2020-20 ມີຖຸນາ 2021 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວທັງໝົດ 428 ກໍລະນີ ໃນ ຂອບເຂດທົ່ວປະເທດ, ຫຼາຍກວ່າໝູ່ແມ່ນຢູ່ແຂວງ ອັດຕະປື ມີຜູ້ຕິດເຊື້ອ 121 ກໍລະນີ, ຖັດລົງມາແມ່ນ ນະຄອນຫຼວງວຽງຈັນ 87ກໍລະນີ, ແຂວງ ສາລະວັນ 75 ກໍລະນີ, ແຂວງ ອຸດົມໄຊ 29 ກໍລະນີ, ແຂວງ ຫຼວງພະບາງ 24 ກໍລະນີ, ແຂວງ ຄໍາມ່ວນ 21 ກໍລະນີ ແລະ ແຂວງ ອື່ນໆອີກ ແຕ່ບໍ່ມີຜູ້ເສຍຊີວິດ.
ຕໍ່ສະພາບການແຜ່ລະບາດພະຍາດໄຂ້ຍຸງລາຍດັ່ງກ່າວ, ກົມຄວບຄຸມພະຍາດຕິດຕໍ່ ຍັງໄດ້ແນະນຳ ແລະ ຮຽກຮ້ອງ ໃຫ້ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ໂດຍສະເພາະທຳລາຍ ແຫຼ່ງເພາະພັນໜອນນ້ຳຍຸງລາຍ ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ, ໃຫ້ຖືວ່າ ແມ່ນໜ້າທີ່ ຄວາມຮັບຜິດຊອບຂອງໝົດທຸກຄົນ, ຖ້າທ່ານເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງທັນການ.
ໃນປີ 2020 ທີ່ຜ່ານມາ, ປະເທດລາວ ມີຜູ້ເສຍຊີວິດຈາກໄຂ້ຍຸງລາຍທັງໝົດ 13 ຄົນ ຊຶ່ງຫຼຸດລົງເຖິງ 63 ຄົນຖ້າທຽບໃສ່ປີ 2019 ທີ່ມີຜູ້ເສຍຊີວິດ 76 ຄົນ.
ຂ່າວ: ວຽງຈັນທາຍ
ຮູບ: ປະກອບ