Vientiane Times Lao
ໄຊຍະບູລີເສຍຫາຍຫຼາຍພັນລ້ານຈາກເຫດແຜ່ນດິນໄຫວ

ໄຊຍະບູລີເສຍຫາຍຫຼາຍພັນລ້ານຈາກເຫດແຜ່ນດິນໄຫວ

ພະແນກແຮງງານ ເເລະ ສະຫວັດດການສັງຄົມ ແຂວງໄຊຍະບູລີ ໄດ້ລາຍງານຕໍ່ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມໃນ ວັນສຸກທີ່ຜ່ານມາ ທີ 22 ພະຈິກ 2019 ວ່າ ເຫດການແຜ່ນດິນໄຫວໄດ້ສ້າງຄວາມເສຍຫາໜັກພໍສົມຄວນໃຫ້ແກ່ແຂວງໄຊຍະບູລີ ລວມມູນຄ່າເສຍຫາຍທັງໝົດໃນເບື້ອງຕົ້ນມີ ຫຼາຍກວ່າ 2 ຕື້ກີບ ແລະ ມີຜູ້ບາດເຈັບຈາກເຫດ ການດັ່ງກ່າວ 10 ຄົນ ແຕ່ໂຊກດີບໍ່ມີຜູ້ໃດເສຍ ຊີວິດ.

ພາຍຫຼັງທີ່ເກີດເຫດແຜ່ນດິນໄຫວໃນ ວັນທີ 21 ພະຈິກ 2019 ທາງພະແນກແຮງງານ ເເລະ ສະຫວັດດການສັງຄົມແຂວງ ໃນນາມກອງເລຂາ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິ ບັດຂອງແຂວງ ໄດ້ຮ່ວມມືກັບພາກສວ່ນທີ່ກ່ຽວ ຂ້ອງລົງເກັບກຳຂໍ້ມູນຕົວຈິງ ແລະ ເຫັນວ່າ ເຫດການແຜ່ນດິນໄຫວໃນຄັ້ງນີ້ແມ່ນເກີດຂຶ້ນຢູ່ 11 ເມືອງທົ່ວແຂວງໄຊຍະບູລີ ແລະ ຈຸດທີ່ໄດ້ ຮັບຜົນກະທົບ ມີຢູ່ເຂດເມືອງ ໄຊສະຖານ ແລະ ເມືອງ ຫົງສາ, ມີ 264 ຄອບຄົວ 62 ບ້ານ ທີ່ໄດ້ຮັບຜົນກະທົບ. ໃນນັ້ນມີເຮືອນຂອງປະຊາຊົນເປ່ເພເສຍຫາຍ 200 ຫຼັງ ແລະ ໃຊ້ການບໍ່ໄດ້ 16 ຫຼັງ, ໂຮງຮຽນ 8 ຫຼັງ, ໂຮງໝໍ 1 ແຫ່ງ, ວັດ 5 ແຫ່ງ ແລະ ຕະຫຼາດ 1 ແຫ່ງ, ນອກຈາກນັ້ນຍັງມີເສັ້ນທາງທີ່ແຕກ ແຫງ ອີກຕື່ມ 18 ຈຸດ.

ປະຈຸບັນການຊ່ວຍເຫຼືອເບື້ອງຕົ້ນທາງອົງການ ປົກຄອງ ເມືອງ ກໍ່ຄືຄນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ພວມພາກັນ ສໍາຫຼວດ ແລະ ສ້ອມແປງບາງຈຸດຊຶ່ງໄດ້ນຳ ເອົາກໍາລັງ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ພະນັກງານ ເຂົ້າໃຫ້ການຊ່ວຍເຫຼືອ ສ້ອມ ແປງເຮືອນ ໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ. ມາຮອດປະຈຸບັນທາງແຂວງໄຊຍະບູລີ ມີຄວາມຕ້ອງການເຄື່ອງຊ່ວຍເຫຼືອທີ່ຈໍາເປັນໃນ ເບື້ອງຕົ້ນຄື ອຸປະກອນການກໍ່ສ້າງເປັນຕົ້ນ ດິນ, ຊາຍ, ດິນບັອກ, ຊມັງ, ກະເບື້ອງ, ເຫຼັກເສັ້ນ ແລະ ອື່ນໆ.

ຂ່າວ: ສຸກນີລັນດອນ

ພາບ: ພະແນກແຮງງານ ແລະ ສະຫວັດດີການສັງຄົມ

Related Articles

Leave a Reply