Vientiane Times Lao
ໄຊຍະບູລີ ຄາດວ່າຈະມີລາຍຮັບຫຼາຍກວ່າ 7 ລ້ານໂດລາ ຈາກການທ່ອງທ່ຽວໃນປີນີ້

ໄຊຍະບູລີ ຄາດວ່າຈະມີລາຍຮັບຫຼາຍກວ່າ 7 ລ້ານໂດລາ ຈາກການທ່ອງທ່ຽວໃນປີນີ້

ການຍ່າງປ່າ, ຂີ່ຊ້າງ ແລະ ລ່ອງເຮືອຊົມທໍາມະຊາດຕາມສາຍນໍ້າຮຸ່ງແມ່ນກິດຈະກໍາທີ່ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ຢູ່ແຂວງໄຊຍະບູລີ ຊຶ່ງວຽກງານທ່ອງທ່ຽວນີ້ແມ່ນ ໜຶ່ງໃນສາມເສົາຄໍ້າຕໍ່ການພັດທະນາເສດຖະກິດຂອງແຂວງ ແລະ ຄາດວ່າປີນີ້ຈະມີລາຍຮັບຫຼາຍກວ່າ 7 ລ້ານໂດລາສະຫະລັດ.

ທ່ານ ບຸນທະວີ ບຸນຊູຮັກ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແຂວງ ໄຊຍະບູລີ ໄດ້ກ່າວໃນບໍ່ດົນມານີ້ວ່າ: ພະແນກຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແຂວງ ໄຊຍະບູລີ ໄດ້ສຸມໃສ່ພັດທະນາແຫຼ່ງທ່ອງທ່ຽວຕ່າງໆເພື່ອໃຫ້ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ມາທ່ຽວ ແຂວງ ໄຊຍະບູລີ ໃຫ້ນັບມື້ນັບຫຼາຍຂຶ້ນ ຊຶ່ງກິດຈະກໍາສົ່ງເສີມການທ່ອງທ່ຽວພາຍໃນແຂວງນີ້ມີການຍ່າງປ່າ, ຂີ່ຊ້າງ, ລ່ອງເຮືອຊົມທໍາມະຊາດຕາມສາຍນໍ້າຮຸ່ງ, ທ່ຽວຊົມຖໍ້າ, ນໍ້າຕົກຕາດ, ເຂື່ອນໄຟຟ້າ. ນອກນັ້ນຍັງມີບຸນປະເພນີຕ່າງໆ ເຊັ່ນ: ເທດສະການບຸນຊ້າງ, ງານບຸນຊ່ວງເຮືອ, ກິດຈະກໍາຊົນເຜົ່າ ແລະ ອື່ນໆ.

ທ່ານ ບຸນທະວີ ໄດ້ກ່າວຕື່ມວ່າ: ໃນປີ 2020 ນີ້ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາທ່ຽວໃນແຂວງ ໄຊຍະບູລີ ຫຼາຍກວ່າ 100,000 ເທື່ອຄົນ ແລະ ຈະສາມາດສ້າງລາຍຮັບກະຈາຍທົ່ວສັງຄົມໄດ້ຫຼາຍກວ່າ 7 ລ້ານໂດລາສະຫະລັດ, ນັກທ່ອງທ່ຽວສ່ວນຫຼາຍຢູ່ ແຂວງໄຊຍະບູລີ ແມ່ນນັກທ່ອງທ່ຽວໄທ ຍ້ອນວ່າພາຍໃນແຂວງມີຊາຍແດນຕິດຈອດກັບປະເທດໄທ.

ແຂວງ ໄຊຍະບູລີ ມີແຫຼ່ງທ່ອງ ທ່ຽວທີ່ຂຶ້ນບັນຊີທັງໝົດ 96 ແຫ່ງ ນັ້ນນີ້ ແຫຼ່ງທ່ອງທ່ຽວທາງທໍາມະຊາດ 71 ແຫ່ງ, ວັດທະນາທໍາ 18 ແຫ່ງ ແລະ ປະຫວັດສາດ 7 ແຫ່ງ.

ຂ່າວ: ວຽງຈັນທາຍ

ພາບ: ສົມພາວັນ

Related Articles

Leave a Reply