Vientiane Times Lao
ໄທ ມອບເຮືອກູ້ໄພ ເພື່ອນໍາໃຊ້ເຂົ້າໃນວຽກງານໄພພິບັດ ໃຫ້ແກ່ ລາວ

ໄທ ມອບເຮືອກູ້ໄພ ເພື່ອນໍາໃຊ້ເຂົ້າໃນວຽກງານໄພພິບັດ ໃຫ້ແກ່ ລາວ

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ມອບຮືອກູ້ໄພ ປະເພດເຮືອທ້ອງແບນໄຟເບີ້ກລາດ ຂະໜາດ 17 ຟຸດ ພ້ອມດ້ວຍເຄື່ອງຈັກຂະໜາດ 40 ແຮງມ້າ ແລະ ເຄື່ອງລາກເຮືອ ຈຳນວນ 1 ຊຸດ ມູນຄ່າ 380,798 ບາດ ເພື່ອສະໜັບສະໜູນວຽກງານບັນເທົາໄພພິບັດ ໃຫ້ແກ່ ສປປ ລາວ

ການມອບເຮືອກູ້ໄພ ພ້ອມດ້ວຍອຸປະກອນ ຄົບຊຸດ ໃນຄັ້ງນີ້ ຈະເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນວຽກງານຕອບໂຕ້ສຸກເສີນໄພພິບັດ ແລະ ການຊ່ວຍເຫຼືອປະຊາຊົນທີ່ປະສົບໄພນໍ້າຖ້ວມ ໃນປີນີ້ ແລະ ຕໍ່ໄປ, ພ້ອມນັ້ນ ກໍເປັນການຢືນຢັນເຖິງການເປັນຄູ່ຮ່ວມມືຍຸດທະສາດເພື່ອການພັດທະນາແບບຍືນຍົງ ແລະ ການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີໃຫ້ໝັ້ນຄົງຕະຫຼອດໄປ, ຖືເປັນສັນຍາລັກອັນສຳຄັນແຫ່ງ ການຮ່ວມມືມິດຕະພາບໄທ-ລາວ ແລະ ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍ ແລະ ພ້ອມໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມມີໄພພິບັດ.

ພິທີມອບ-ຮັບການຊ່ວຍເຫຼືອ ດັ່ງກ່າວນີ້ ໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ  ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທີ່ມາ: ຮສສ

Related Articles

Leave a Reply