Vientiane Times Lao
ໄຟຟ້າລາວ ເລັ່ງປະຕິຮູບອົງກອນ, ປັບໂຄງສ້າງໜີ້ສິນ, ເຈລະຈາເຂື່ອນ ຫຼຸດຄ່າໄຟ

ໄຟຟ້າລາວ ເລັ່ງປະຕິຮູບອົງກອນ, ປັບໂຄງສ້າງໜີ້ສິນ, ເຈລະຈາເຂື່ອນ ຫຼຸດຄ່າໄຟ

ລັດວິສາຫະກິດໄຟຟ້າລາວກຳລັງເລັ່ງການປະຕິຮູບຄັ້ງໃຫຍ່ໂດຍສຸມໃສ່ 3 ແກນຫຼັກ ຄື ການປະຕິຮູບອົງກອນ,  ການປັບໂຄງສ້າງໜີ້ສິນ ແລະ ການເຈລະຈາຫຼຸດຄ່າໄຟ ເພື່ອແກ້ໄຂວິກິດການເງິນ ແລະ ຫຼຸດຕົ້ນທຶນໃຫ້ຜູ້ບໍລິໂພກ.

ທ່ານ ອາຄົມເດດ ວົງໄຊ ອຳນວຍການໄຟຟ້າລາວ ກ່າວໃນກອງປະຊຸມຄະນະກຳມະການປະຕິຮູບລັດວິສາຫະກິດ ວັນພຸດທີ່ຜ່ານມາ.

ການປະຕິຮູບອົງກອນຂອງໄຟຟ້າລາວເປັນການປ່ຽນແປງຢ່າງຮາກຖານ ໂດຍໄດ້ດຳ ເນີນການປັບປຸງໂຄງຮ່າງມາແລ້ວ 4 ຄັ້ງ ເພື່ອເພີ່ມປະສິດທິພາບ ແລະ ຄວາມໂປ່ງ ໃສ.

ທ່ານອຳນວຍການກ່າວວ່າ:  ບໍລິສັດໄດ້ຫຼຸດຕຳແໜ່ງບໍລິຫານລົງທັນທີ 395 ຕຳແໜ່ງ ເພື່ອຫຼຸດຄ່າໃຊ້ຈ່າຍ ແລະ ເພີ່ມຄວາມຄ່ອງຕົວໃນການບໍລິຫານ. 

“ເພື່ອປ່ຽນວັດທະນະທຳອົງກອນໃຫ້ກ້າວສູ່ມາດຕະຖານສາກົນ”.

ການປັບໂຄງສ້າງດັ່ງກ່າວລວມເຖິງການສ້າງໜ່ວຍງານໃໝ່ທີ່ສຳຄັນ 4 ໜ່ວຍ ຝ່າຍກວດກາເພື່ອຍົກສູງການກວດສອບພາຍໃນ, ຝ່າຍກົດໝາຍສັນຍາເພື່ອຄຸ້ມຄອງສັນຍາຊື້ຂາຍໄຟທີ່ມີຫຼາຍ, ຝ່າຍ ICT ເພື່ອຊຸກຍູ້ການທັນສະໄໝ ແລະ ລະບົບປະເມີນຜົນ KPI-OKR ເພື່ອວັດແທກປະສິດທິພາບພະນັກງານ.

ນອກຈາກນີ້ ໄຟຟ້າລາວໄດ້ພັດທະນາໝໍ້ນັບໄຟທີ່ທັນສະໄໝ ແລະ ສ້າງແອັບພລິເຄຊັນ EDL Mobile ເພື່ອໃຫ້ລູກຄ້າເຂົ້າເຖິງການບໍລິການໄດ້ງ່າຍ ແລະ ວ່ອງໄວຂຶ້ນ.

ການປະຕິຮູບອົງກອນນີ້ມີຜົນໂດຍກົງຕໍ່ການຫຼຸດລາຍຈ່າຍ ເຊິ່ງໃນປີ 2025 ພວກເຮົາສາມາດຫຼຸດລາຍຈ່າຍລົງໄດ້ 21% ທຽບໃສ່ປີກ່ອນ ທ່ານອຳນວຍການກ່າວເນັ້ນ.

ໜີ້ສິນເປັນບັນຫາໃຫຍ່ທີ່ສຸດຂອງໄຟຟ້າລາວ ແລະ ການປັບໂຄງສ້າງໜີ້ແມ່ນກຸນແຈສຳຄັນໃນການຟື້ນຟູສຸຂະພາບທາງການເງິນຂອງບໍລິສັດ.

.

ທ່ານອຳນວຍການເປີດເຜີຍວ່າ ໄຟຟ້າລາວປົກກະຕິຕ້ອງຊຳລະໜີ້ສິນປະມານ 600-700 ລ້ານໂດລາຕໍ່ປີ ແຕ່ຫຼັງຈາກການປັບໂຄງສ້າງ ພາລະນີ້ຈະຫຼຸດລົງເຫຼືອພຽງ 350-400 ລ້ານໂດລາຕໍ່ປີ. 

ຍຸດທະສາດການປັບໂຄງສ້າງໜີ້ປະກອບດ້ວຍ 2 ແນວທາງຫຼັກ. ທຳອິດ: ການເຂົ້າ ເຖິງແຫຼ່ງທຶນກູ້ໃໝ່ທີ່ມີດອກເບ້ຍຕ່ຳກວ່າເພື່ອມາທົດແທນໜີ້ດອກເບ້ຍສູງ (Refinancing). ທ່ານອະທິບາຍວ່າ “ເຮົາຈະເອົາເງິນກູ້ດອກເບ້ຍຕ່ຳມາຊຳລະໜີ້ດອກເບ້ຍສູງ ເຊິ່ງຈະຫຼຸດຄ່າໃຊ້ຈ່າຍດ້ານດອກເບ້ຍຢ່າງຫຼວງຫຼາຍ”.

ທີສອງ: ການເຈລະຈາຍືດໄລຍະເວລາ ການຊຳລະໜີ້ໃນໄລຍະຍາວກັບເຈົ້າໜີ້ໂດຍກົງ. ໃນຊ່ວງໄລຍະ 5 ປີຂ້າງໜ້າ ການປັບໂຄງສ້າງນີ້ຈະຫຼຸດຄວາມກົດດັນດ້ານກະແສເງິນສົດ ແລະ ເຮັດໃຫ້ບໍລິສັດສາມາດເນັ້ນໄປທີ່ການດຳເນີນທຸລະກິດຫຼັກໄດ້.

ໄຟຟ້າລາວຍັງໄດ້ແກ້ໄຂບັນຫາໜີ້ຄ້າງຈາກລູກຄ້າຢ່າງຈິງຈັງ. ໜີ້ຄ້າງຈາກລູກຄ້າບິດຄອຍທີ່ເຄີຍມີມູນຄ່າ 100 ລ້ານໂດລາໃນທ້າຍປີ 2024 ໄດ້ຖືກເກັບຄືນຈົນເຫຼືອພຽງ 27 ລ້ານໂດລາ ແລະ ຄາດວ່າຈະແກ້ໄຂໝົດພາຍໃນຕົ້ນປີ 2026.

ການດຸນດ່ຽງພະລັງງານກັບປະເທດໄທກໍໄດ້ຮັບການແກ້ໄຂສຳເລັດ. ທ່ານອຳນວຍການກ່າວວ່າ “ເມື່ອກ່ອນເຮົາຕິດໜີ້ໄທ 100 ລ້ານໂດລາ ແຕ່ປັດຈຸບັນເຮົາໄດ້ຊຳລະຄ່າຕົວແລ້ວ ແລະ ມາຮອດທ້າຍປີນີ້ເຮົາຈະມີຜົນກຳໄລຈາກການຄ້າພະລັງງານອີກ 22 ລ້ານໂດລາ”.

ບັນຫາໃຫຍ່ອີກອັນໜຶ່ງແມ່ນຂໍ້ຂັດແຍ່ງກັບບໍລິສັດ Power China ກ່ຽວກັບໂຄງການໄຟຟ້ານ້ຳອູ ເຊິ່ງໄດ້ຮ້ອງຟ້ອງໄຟຟ້າລາວຢູ່ສານສິງກະໂປ. ທ່ານອຳນວຍການແຈ້ງວ່າ “ປັດຈຸບັນ ພວກເຮົາມີຄະນະກຳມະການຮ່ວມ ແລະ ມີຄວາມເອກະພາບກັນແລ້ວໃນການປັບໂຄງສ້າງການຈ່າຍໜີ້ ຄາດວ່າທ້າຍປີນີ້ເຂົາເຈົ້າຈະຖອນຟ້ອງ”.

ມາດຕະການທີ່ສຳຄັນທີ່ສຸດຕໍ່ຜູ້ບໍລິໂພກກໍຄືການເຈລະຈາຫຼຸດຄ່າຊື້ໄຟຈາກແຫຼ່ງຜະລິດຕ່າງໆ ເຊິ່ງຈະສົ່ງຜົນໂດຍກົງຕໍ່ລາຄາໄຟຟ້າ.

ທ່ານອຳນວຍການລະບຸວ່າ: ໄຟຟ້າລາວໄດ້ດຳເນີນການເຈລະຈາກັບ 55 ໂຄງການຜະລິດໄຟຟ້າແລ້ວ ໂດຍຂໍໃຫ້ປັບຫຼຸດລາຄາຂາຍໄຟໃຫ້ສອດຄ່ອງກັບນະໂຍບາຍ “ຖືກຕົ້ນ ແລະ ຄ່ອຍໄປ ສູງປາຍ”. “ໃນ 5 ປີຂ້າງໜ້ານີ້ ພວກເຮົາຈະປະຢັດໄດ້ປະມານ 20 ລ້ານໂດລາຕໍ່ປີຈາກການເຈລະຈານີ້”.

“ບາງໂຄງການເຮົາໄດ້ຈັດຕັ້ງປະຕິບັດແລ້ວ ບາງໂຄງການກຳລັງສືບຕໍ່ເຈລະຈາ” ທ່ານອຳນວຍການກ່າວເສີມ.

ໜຶ່ງໃນຂໍ້ສະເໜີທີ່ສຳຄັນຕໍ່ລັດຖະບານແມ່ນການຫັນໂຄງການໄຟຟ້າທີ່ກຳລັງຈະໝົດອາຍຸສຳປະທານຈາກການສົ່ງອອກມາສະໜອງພາຍໃນປະເທດແທນ. 

ທ່ານອຳນວຍການອະທິບາຍວ່າ “ເມື່ອສຳປະທານໝົດອາຍຸ ເຮົາຈະຮັບໂຄງການນັ້ນມາສະໜອງໃຫ້ຕະຫຼາດພາຍໃນດ້ວຍລາຄາຖືກກວ່າ ເຊິ່ງຈະຫຼຸດຕົ້ນທຶນ ແລະ ເພີ່ມຄວາມໝັ້ນຄົງດ້ານພະລັງງານຂອງປະເທດ”.

ການປັບໂຄງສ້າງລາຄາໄຟກໍເປັນສ່ວນໜຶ່ງຂອງແຜນປະຕິຮູບ. 

ໄຟຟ້າລາວຈະປັບລາຄາໄຟເທື່ອລະກ້າວ ເທື່ອລະໜ້ອຍໃຫ້ສະທ້ອນຕົ້ນທຶນທີ່ແທ້ຈິງ ເຊິ່ງຈະຊ່ວຍໃຫ້ບໍລິສັດມີຜົນກຳໄລເພີ່ມຂຶ້ນ ແລະ ຫຼຸດການຂາດທຶນລົງເທື່ອລະກ້າວ. ຄາດວ່າຮອດປີ 2030 ບໍລິສັດຈຶ່ງຈະຫຼຸດການຂາດທຶນໄດ້ຕາມເປົ້າໝາຍ.

ທ່ານອຳນວຍການໄດ້ສະເໜີ 3 ມາດຕະ ການສຳຄັນຕໍ່ລັດຖະບານເພື່ອສະໜັບສະໜູນການປະຕິຮູບ:

ທຳອິດການແຍກໜີ້ວຽກວິຊາການອອກຈາກໜີ້ທຸລະກິດ. ທ່ານອະທິບາຍວ່າ “ໜີ້ທີ່ເກີດຈາກການຂະຫຍາຍສາຍໄຟເຂົ້າບ້ານຜູ້ທຸກຍາກ ຫຼື ພື້ນທີ່ຫ່າງໄກສອກຫຼີກ ເປັນໜ້າທີ່ດ້ານສັງຄົມ ບໍ່ແມ່ນທຸລະກິດ. ລັດຖະບານຄວນຈັດເປັນບັນຊີແຍກ ແລະ ໃຫ້ຊຳລະໄດ້ຕາມຄວາມສາມາດ ເຊິ່ງຈະເຮັດໃຫ້ໜ້າຕາບັນຊີດີຂຶ້ນ ແລະ ເພີ່ມຄວາມເຊື່ອຖື”.

“ຢາງໃດກໍຕາມ ເຖິງຍັງມີໜີ້ສິນ ແລະ ຂາດ ສະພາບຄ່ອງທີ່ດີ ແຕ່ສິ່ງສຳຄັນກໍຄື ໜ້າທີ່ຍຸດທະສາດ ກໍຄືຮັບປະກັນສະໜອງໄຟຟ້າໃຫ້ທົ່ວປະເທດ ເຊິ່ງຮຽກຮ້ອງໃຫ້ມີການແຍກວິຊາສະເພາະ ນີ້ກັບໜີ້ສິນອອກຈາກກັນຢ່າງຂາດຕົວ” ທ່ານ ອຳນວຍການກ່າວ.

ທີສອງ ແກ້ໄຂໜີ້ຄ້າງຊຳລະຂອງພາກລັດ ແລະ ຊົນລະປະທານທີ່ສະສົມມາຫຼາຍປີ ປະມານ 56 ລ້ານໂດລາ ໂດຍການຫັກລົບກັບໜີ້ກະຊວງການເງິນ.

ທີສາມ ອະນຸຍາດໃຫ້ຫັນໂຄງການໄຟຟ້າທີ່ໝົດສຳປະທານມາໃຊ້ພາຍໃນແທນການສົ່ງອອກ.

ຜົນສຳເລັດທີ່ວັດແທກໄດ້.

ການປະຕິຮູບທັງສາມດ້ານນີ້ກຳລັງເລີ່ມເຫັນຜົນ. ຂໍ້ມູນ 6 ເດືອນຕົ້ນປີ 2025 ທຽບໃສ່ໄລຍະດຽວກັນຂອງປີ 2024 ສະແດງໃຫ້ເຫັນວ່າລາຍຈ່າຍຫຼຸດລົງ 21%

ລາຍຮັບເພີ່ມຂຶ້ນ 12.8% ພະລັງງານຕົກເຮ່ຍຫຼຸດລົງຈາກ 9.91% ເຫຼືອ 6.33% (ປະຢັດປະມານ 35 ລ້ານໂດລາຕໍ່ປີ)

ຮອດເດືອນພະຈິກ 2025 ການປະຕິຮູບບັນລຸໄດ້ 67.6% ຂອງເປົ້າໝາຍທີ່ວາງໄວ້ໃນແຜນ 6 ກຸ່ມວຽກ 36 ແຜນງານ ແລະ 200 ໜ້າວຽກທີ່ຖືກຮັບຮອງໂດຍລັດຖະບານ.

Related Articles

Leave a Reply