ໃນໄລຍະ 8 ເດືອນຜ່ານມາຂອງ ປີ 2025, ມີນັກທ່ອງທ່ຽວຫຼາຍກວ່າ 2.4 ລ້ານຄົນເຂົ້າມາທ່ຽວພາຍໃນແຂວງຫຼວງພະບາງ, ໃນນັ້ນ ນັກທ່ອງທ່ຽວພາຍໃນ 925,599 ຄົນ ແລະ ນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 1.4 ລ້ານຄົນ, ຊຶ່ງບັນລຸໄດ້ 84% ຂອງເປົ້າໝາຍປະຈຳປີ 2025 ຂອງແຂວງຫຼວງພະບາງ.
ຕົວເລກນີ້ ສະທ້ອນເຖິງການຟື້ນຟູຢ່າງຕໍ່ເນື່ອງຂອງພາກການທ່ອງທ່ຽວ, ໂດຍມີແຮງຍູ້ ຈາກການປັບປຸງເສັ້ນທາງຄົມມະນາຄົມ ແລະ ການຮັບຮູ້ທີ່ເພີ່ມຂຶ້ນໃນສາກົນ ກ່ຽວກັບມໍລະດົກທາງວັດທະນະທຳ ແລະ ທຳມະຊາດຂອງແຂວງ ຫຼວງພະບາງ.
ທາງລົດໄຟລາວ-ຈີນ ຍັງຄົງເປັນປັດໄຈສຳຄັນໃນການດຶງດູດນັກທ່ອງທ່ຽວຫຼາຍຂຶ້ນ, ພ້ອມນັ້ນ ສາຍການບິນ ແລະ ບໍລິສັດຂົນສົ່ງລົດເມ ໄດ້ຂະຫຍາຍບໍລິການເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນ.
ນອກຈາກນັ້ນ, ທາງແຂວງຫຼວງພະບາງ ກໍສຶບຕໍ່ວຽກງານພັດທະນາໂຄງລ່າງພື້ນຖານ ແລະ ບໍລິການ ກ່ອນໄລຍະເທດສະການທ່ອງທ່ຽວໃນລະດູໜ້າ, ໂດຍການສ້ອມແປງທາງ ແລະ ການປັບປຸງສິ່ງອຳນວຍຄວາມສະດວກ ເພື່ອຮັບປະກັນການຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
ຫຼວງພະບາງ ເມືອງມໍລະດົກໂລກແຫ່ງນີ້ ແມ່ນ ໄດ້ຮັບຄວາມສົນໃຈຂອງໂລກ ແລະ ຜ່ານການຈັດອັນດັບທີ່ມີກຽດ ເປັນຕົ້ນ ຖືກຈັດເຂົ້າຢູ່ໃນບັນຊີລາຍຊື່ 10 ຈຸດໝາຍປາຍທາງທີ່ດີທີ່ສຸດຂອງໂລກ ໂດຍ Travel and Tour World ແລະ ຖືກຈັດອັນດັບໜຶ່ງໃນບັນຊີຂອງ Lonely Planet ສຳລັບ 22 ສະຖານທີ່ທີ່ຕ້ອງໄປຢ້ຽມຢາມໃນອາຊີ.
ທີ່ມາ: ວຽງຈັນທາຍ