ເຖິງແມ່ນວ່າ ສປປ ລາວຈະກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ເປັນຈຳນວນຫຼາຍໃນແຕ່ລະວັນກໍ່ຕາມ, ແຕ່ ຜູ້ຕິດເຊື້ອນັ້ນສ່ວນຫຼາຍແມ່ນກໍລະນີນຳເຂົ້າສາມາດປ້ອງກັນພະຍາດດັ່ງກ່າວໄດ້ຊຶ່ງຕ່າງຈາກການຕິດເຊື້ອໃນຊຸມຊົນທີ່ຍາກຈະປ້ອງກັນ ແລະ ຖືວ່າເປັນຂ່າວດີເພາະ ນະຄອນຫຼວງວຽງຈັນບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວໃນຊຸມຊົນມາແລ້ວ 8 ວັນ. ກ່ຽວກັບພະຍາດໂຄວິດ-19, ປະຊາ ຊົນລາວບໍ່ຕ້ອງແຕກຕື່ນເພາະລັດຖະບານໄດ້ມີ ມາດຕະການຕ່າງໆໃນການປ້ອງກັນ ແລະ ຮອງຮັບແລ້ວ ພຽງແຕ່ຂໍການຮ່ວມມືຈາກທຸກຊັ້ນຄົນໃນສັງຄົມໃຫ້ ປະຕິບັດມາດຕະການປ້ອງກັນພະຍາດດັ່ງກ່າວ ຢ່າງເຂັ້ມງວດ.
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວີດ-19 ແຈ້ງໃຫ້ຮູ້ວ່າ: ສະເພາະມື້ວັນທີ 11 ກໍລະກົດ 2021 ນີ້, ສປປ ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 106 ຄົນ ຈາກຜູ້ທີ່ໄດ້ກວດວິເຄາະທັງໝົດ 1.499 ຄົນໃນຂອບເຂດທົ່ວປະເທດ ຊຶ່ງຜູ້ຕິດເຊື້ອດັ່ງກ່າວແມ່ນພົບຢູ່ນະຄອນຫຼວງ 12 ຄົນ (ກໍລະນີນໍາເຂົ້າ), ແຂວງວຽງຈັນ: 2 ຄົນ (ຕິດເຊື້ອໃນຊຸມຊົນ ເປັນເພດຍິງ ສໍາຜັດໃກ້ຊິດກັບກຸ່ມລະບາດ ໃນບ້ານນາເລົ່າ), ຄໍາມ່ວນ 7 ຄົນ (ກໍລະນີນໍາເຂົ້າ), ສະຫວັນນະເຂດ 42 ຄົນ (ກໍລະນີນໍາເຂົ້າ) ແລະ ແຂວງຈໍາປາສັກ 43 ຄົນ (ກໍລະນີນໍາເຂົ້າ). ຮອດປັດຈຸບັນ ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມແລ້ວ 2.825 ຄົນ ໃນນີ້ ປິ່ນປົວຫາຍດີແລ້ວ 2.216 ຄົນ, ຍັງນອນປິ່ນປົວ 606 ຄົນ ແລະ ເສຍຊີວິດ 3 ຄົນ.
ຄະນະສະເພາະກິດແຈ້ງໃຫ້ຮູ້ຕື່ມວ່າ: ໃນອາທິດທີ່ຜ່ານມາເຫັນວ່າທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນເຖິງແມ່ນວ່າປະຊາຊົນຈຳນວນໜຶ່ງຈະໄດ້ຮັບຢາວັກຊິນກໍ່ຕາມ ຍ້ອນມີການລະບາດຂອງສາຍພັນເດວຕາ ຊຶ່ງເປັນສາຍພັນພະຍາດໂຄວິດ-19 ທີ່ໜ້າເປັນຫ່ວງ ແລະ ຮ້າຍແຮງ ນອກນັ້ນຍັງມີບາງປະເທດມີຄວາມວິກິດດ້ານສາທາລະນະສຸກ ຂາດອຸປະກອນການແພດ ເຖິງແມ່ນຈະຮູ້ວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19 ລໍຖ້າໄປຮັບມາປິ່ນປົວແຕ່ບໍ່ສາມາດ ນຳຕົວມາປິ່ນປົວໄດ້ຍ້ອນຕຽງນອນ ແລະ ອຸປະກອນການແພດບໍ່ພຽງພໍຈຶ່ງເຮັດໃຫ້ມີຜູ້ເສຍຊີວິດຈາກເຊື້ອພະຍາດດັ່ງກ່າວເປັນຈຳນວນຫຼາຍ.
