ອຳນາດການປົກຄອງເມືອງສອງຄອນ ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ນັບແຕ່ມີການປ້ອງກັນການລັກລອບຂອງແຮງງານລາວກັບຄືນປະເທດແບບຜິດກົດໝາຍ ຮອດປັດຈຸບັນ ພາຍໃນເມືອງສອງຄອນພົບພຽງ 1 ຄົນເປັນເພດຍິງ ທີ່ມີການລັກລອບເຂົ້າມາ ຍ້ອນວ່າຜູ້ກ່ຽວບໍ່ຢາກເຂົ້າສູນຈຳກັດບໍລິເວນ ໂດຍວ່າຈ້າງຄົນຮູ້ຈັກເປັນເພດຊາຍເອົາເຮືອ ກາບໄປຮັບຢູ່ເບື້ອງຝັ່ງໄທໃນເວລາກາງຄືນ.
ທ່ານ ສິລິ ບົວພັນ ຮອງເລຂາພັກເມືອງ ທັງເປັນປະ ທານກວດກາພັກ-ລັດເມືອງສອງຄອນໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອວັນທີ 12 ກໍລະກົດ 2021 ນີ້ ກ່ຽວກັບມາດຕະການ ປ້ອງກັນ ການລັກລອບກັບຄືນປະເທດຂອງແຮງງານລາວຢູ່ເມືອງສອງຄອນວ່າ: ເມືອງສອງຄອນ ເປັນເມືອງໜຶ່ງ ໃນສີ່ເມືອງພາຍໃນແຂວງສະຫວັນນະເຂດທີ່ມີ ຊາຍ ແດນຕິດກັບ ປະເທດໄທ ໂດຍມີແມ່ນ້ຳຂອງກັ້ນ ເປັນຊາຍແດນ, ສະເພາະວຽກງານການປ້ອງກັນ ການລັກລອບກັບຄືນປະເທດຂອງແຮງງານ ລາວຈາກປະເທດໄທນັ້ນໃນໄລຍະຜ່ານມາມີພຽງໜຶ່ງຄົນ ຊຶ່ງທາງເມືອງໄດ້ມີການປັບໃໝຜູ້ກ່ຽວຕາມ ການແຈ້ງການຂອງເຈົ້າແຂວງສະຫວັນນະເຂດ ຄື 5 ລ້ານກີບ ແລະ ລວມທັງຜູ້ທີ່ໄປຮັບຜູ້ກ່ຽວອີກ 5 ລ້ານກີບ ແລະ ນຳຕົວທັງ 2 ຄົນໄປຈຳກັດບໍລິ ເວນ ພ້ອມ ທັງລົງໂທດຕາມລະບຽບການຂອງເຈົ້າແຂວງ ທີ່ວາງອອກທັງສອງຄົນ.
ທ່ານ ສິລິ ຍັງແຈ້ງໃຫ້ຮູ້ຕື່ມວ່າ: ສະເພາະການເວນຍາມໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດໄທ ແລະ ໃນໄລຍະ ທີ່ແຮງງານລາວເປັນຈຳນວນຫຼາຍກັບຄືນປະເທດ ຍ້ອນວ່າປະເທດໄທໄດ້ມີການປິດໂຮງງານ, ຮ້ານອາ ຫານນັ້ນ ແມ່ນມີການເວນຍາມຕະຫຼອດ 24 ຊົ່ວ ໂມງໂດຍມີກຳລັງທະຫານຈາກກົມກອງ 326 ແລະ 327 ຮ່ວມກັບອຳນາດການປົກຄອງແຕ່ລະບ້ານ ໃນ ການເວນຍາມ ຊຶ່ງ 100 ແມັດໃດຕາມຊາຍແດນ ແຄມຂອງຈະມີກຳລັງທະຫານປະຈຳຢູ່ 4-5 ນາຍ ໂດຍເມືອງສອງຄອນມີຊາຍ ແດນຕິດກັບປະເທດ ໄທ (ເມືອງເຂັມມະລາດ) ປະມານ 55 ກິໂລແມັດ ຊຶ່ງປະກອບມີ 15 ບ້ານທີ່ຕັ້ງຢູ່ແຄມຂອງເຂດຊາຍ ແດນ ຊຶ່ງສາມາດເວົ້າໄດ້ວ່າເມືອງສອງຄອນສາມາດ ປ້ອງກັນໄດ້ 100%.
ຂ່າວ: ວຽງຈັນທາຍ