Vientiane Times Lao
​ແຂ່ງຂັນສຽງ​ແຄນ​ລາ​ວເພື່ອຄໍານັບ​ຮັບ​ຕ້ອນວັນ​ສຳຄັນ​ຕ່າງໆຂອງພັກ-​ຂອງ​ຊາດ

​ແຂ່ງຂັນສຽງ​ແຄນ​ລາ​ວເພື່ອຄໍານັບ​ຮັບ​ຕ້ອນວັນ​ສຳຄັນ​ຕ່າງໆຂອງພັກ-​ຂອງ​ຊາດ

ການ​ຄັດ​ເລືອກ​ຄັ້ງທີໜຶ່ງ​ຂອງ​ງານ​ແຂ່ງຂັນ​ສຽງ​ແຄນ​ເຊື້ອຊາດ​ລາວ​ກັບ​ຮຸ່ນ​ສືບ​ທອດ 9 ຕົວ​ເມືອງ ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ ​ໄດ້​ຈັດ​ຂຶ້ນ​ໃນ ​ວັນ​ພຸດ ວັນ​ທີ 11 ມີນາ ທີ່ຜ່ານມາ ຢູ່ທີ່ສະຖານີ​​​​ໂທລະພາບ​ແຫ່ງ​ຊາດ​ລາວ.

ທ່ານ ບຸນ​ເຈົ້າ ພິຈິດ ຜູ້ອຳນວຍການ​ໂທລະພາບ​ແຫ່ງ​ຊາດ​ລາວ ​ແລະ ​ໄດ້ເປັນປະທານ​ໃນ​ພິທີ​ເປີດງານ​ໄດ້​ກ່າວ​ວ່າ: ຈຸດປະສົງ​ຂອງ​ການ​ແຂ່ງຂັນ​ດັ່ງກ່າວ​​ແມ່ນ​ເພື່ອ​ເປັນ​ການ​ກະ​ຕຸ້ນ, ຊຸກ​ຍູ້, ສົ່ງ​ເສີມ ​ແລະ ​ເປີດ​ໂອກາດ​ໃຫ້​ເຍົາວະ​ຊົນ​ແລະ ​ຊາວ​ໜຸ່ມ​ໃນ 9 ຕົວ​ເມືອງ​ ພາຍ​ໃນ​ນະຄອນຫລວງ​ວຽງຈັນ ​ໄດ້​ສະ​ແດງ​ຄວາມ​ສາມາດ​ໃນ​ການຫຼິ້ນ​ດົນຕີ​ພື້ນ​ເມືອງ​ລາວ ​ໂດ​ຍສະ​ເພາະ​ແມ່ນ​ການ​ເປົ່າ​ແຄນ. ນອກຈາກນີ້ ກໍ່​ເພື່ອ​ປູກ​ຈິດ​ສຳນຶກ​ໃຫ້​ເຍົາວະ​ຊົນ, ຊາວ​ໜຸ່ມ​ກໍ່​ຄື​ຄົນ​ຮຸ່ນ​ໃໝ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ປົກ​ປັກ​ຮັກສາ​ຄຸນຄ່າ​ຂອງ​ສຽງ​ແຄນ​ເຊື້ອຊາດ​ລາວ.

ທ່ານ ບຸນ​ເຈົ້າ ກ່າວ​ອີກ​ວ່າ ການແຂ່ງຂັນຄັ້ງນີ້ ຍັງ​ເປັນ​ການຊຸກຍູ້​ປຸກລະດົມ​ຂະ​ບວນການ​ສ້າງ​ຜົນງານຄໍານັບ​ຮັບ​ຕ້ອນວັນ​ສຳຄັນ​ຕ່າງໆຂອງພັກ-​ຂອງ​ຊາດ ​ເຊັ່ນ ວັນ​ສ້າງຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວ​ ຄົບຮອບ 65 ປີ, ວັນ​ສ້າງຕັ້ງສື່​ມວນ​ຊົນ​ ແລະ ​ພິມ​ຈຳໜ່າຍຄົບຮອບ 70 ປີ, ວັນ​ສ້າງ​ຕັ້ງ ສປປ ລາວ ຄົບຮອບ 45 ປີ ​ແລະ ​ວັນ​ຄ້າຍ​ວັນ​ເກີດ​ຂອງ ປະທານ ​ໄກສອນ ພົມວິຫານ ຜູ້ນຳ​ທີ່​ແສນ​​ເຄົາລົບ​ຮັກທັງ​ເປັນບິດາ​​ແຫ່ງ​ສຽງ​ແຄນຄົບຮອບ 100 ປີ ​ໃຫ້​ມີ​​ເນື້ອ​ໃນ​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍຄວາມ​ສຳຄັນ ແລະ ມີ​ຄວາມ​ຄຶກຄື້ນ​, ຟົດຟື້ນມ່ວນ​ຊື່ນ​.

ການ​ຄັດ​ເລືອກ​ຄັ້ງ​ທີ​ສອງ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມີນາ​ນີ້. ​ຄະນະ​ຈັດງານ​ແຂ່ງຂັນ​ຂໍ​ເຊີນ​ເຍົາວະ​ຊົນ​, ຊາວ​ໜຸ່ມ ​ແລະ ​ນັກຮຽນ​ນັກ​ສຶກສາທັງ​ຄົນ​ລາວ ​ແລະ ​ຕ່າງ​ປະ​ເທດທີ່ຢູ່​ພາຍ​ໃນ 9 ຕົວ​ເມືອງ​​​ ​ໃນ​ນະຄອນ​ຫຼວງ​ວຽງຈັນ ​ອາຍຸ​ລະ​ຫວ່າງ 7 ຫາ 18 ປີທີ່​ມີ​ຄວາມ​ສາມາດ​ເປົ່າ​ແຄນ ​ແລະ ມີ​ຄວາມ​ສົນ​ໃຈ​ເຂົ້າຮ່ວມ​ການ​ປະ​ກວດ.

ຄະນະ​ກຳມະການ​ຈະ​ຄັດ​ເລືອກ​ເອົາ 50 ຄົນ ​ເພື່ອ​ເຂົ້າ​ແຂ່ງຂັນ​ໃນ​ຮອບ​ຮອງ​ຊະນະ​ເລີດ​ໃນ​ເດືອນຕຸລາ ​ແລະ ຮອບ​ຊິງ​ຊະນະ​ເລີດ​ໃນ​ເດືອນທັນວາ. ການ​​ແຂ່ງຂັນ​​ແບ່ງ​​ເປັນ 2 ລຸ້ນ​ຄື ​ອາຍຸ 7 ຫາ 14 ປີ ​ແລະ 15 ຫາ 18 ປີ.

 ຂ່າວ-ພາບ: ວິສິດ ​ເທ​ບປະຫລັດ

Related Articles

Leave a Reply