ຄະນະສະເພາະກິດ ແນະນໍາໃຫ້ທຸກຄົນສືບຕໍ່ປ້ອງກັນຕົນເອງບໍ່ໃຫ້ຕິດເຊື່ອພະຍາດໂຄວິດ-19 ຢ່າງຖືກວິທີ ແລະ ມາດຕະການຕ່າງໆທີ່ລັດຖະບານວາງອອກ ເຖິງວ່າຢູ່ ສປປ ລາວ ຈະເປັນມື້ທີ 15 ແລ້ວກໍ່ຕາມທີ່ບໍ່ພົບຜູ້ຕິດເຊື້ອເພີ່ມໃໝ່.
ພ້ອມນີ້ ຄະນະສະເພາະກິດ ກໍ່ໄດ້ແຈ້ງໃຫ້ຊາບຕື່ມອີກວ່າ ບົດຮຽນໃນຫຼາຍປະເທດ ທີ່ໄດ້ປະກາດການຢຸດຕິການລະບາດຂອງພະຍາດໂຄວິດ-19 ໄປແລ້ວ ແຕ່ວ່າມີບາງປະເທດໄດ້ກັບມາລະບາດໃນຮອບທີ 2 ແລະ ກໍ່ຮ້າຍແຮງກວ່າຄັ້ງທໍາອິດ. ສະນັ້ນ ບໍ່ຄວນລົດລະໃນການປ້ອງກັນ ເພື່ອຫຼຸດຜ່ອນຄວາມສ່ຽງໃນການກັບມາແຜ່ລະບາດອີກ ຂອງພະຍາດດັ່ງກ່າວ.
ນັບແຕ່ເດືອນມັງກອນ ຮອດ ວັນທີ 26 ເມສາ 2020 ຢູ່ ສປປ ລາວ ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1,796 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ, ໃນນີ້ ຜູ້ສຳຜັດໃກ້ຊິດມີທັງໝົດ 313 ຄົນ ເຊິ່ງເປັນຜູ້ສຳຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ຈຳນວນ 19 ຄົນ ແລະ ປະຈຸບັນແມ່ນໄດ້ຄົບ ກຳນົດຈໍາກັດບໍລິເວນເພື່ອຕິດຕາມອາການ 14 ວັນແລ້ວ.
ຂ່າວ: ວຽງຈັນທາຍ


