ເຈົ້າໜ້າທີ່ຕຳຫຼວດພະແນກສືບສວນ-ສອບສວນ ປກສ ແຂວງຄຳມ່ວນ ຮ່ວມກັບ ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໜອງບົກ ໄດ້ນຳຕົວຜູ້ຖືກຫາຊື່ ທ້າວ ພານຸພອນ ລິດຍະສົມຈິດ ອາຍຸ 25 ປີ ແລະ ທ້າວ ລາຕີ ວັງວຽງທອງ ອາຍຸ 42 ປີ ທັງສອງເປັນປະຊາຊົນບ້ານໜອງບົກ ເມືອງໜອງບົກ ແຂວງຄຳມ່ວນ ໄປທົດສະກຳຄືນໃນຄະດີລັກຊັບ ເມື່ອມໍ່ໆມານີ້ທີ່ວັດໃຫຍ່ສີບຸນເຮືອງ ບ້ານໜອງບົກ ໃນຂໍ້ຫາລັກພຣະພຸດທະຮູບ.
ເຈົ້າໜ້າທີ່ຕໍາຫຼວດແຈ້ງໃຫ້ຮູ້ວ່າ: ຜ່ານການສອບສວນພວກກ່ຽວທັງສອງໄດ້ໃຫ້ການຮັບສາລະພາບວ່າພວກຕົນໄດ້ລົງມືກໍ່ເຫດລັກເອົາພຣະພຸດທະຮູບດັ່ງກ່າວແທ້, ໃນມື້ກໍ່ເຫດ ທ້າວ ພານຸພອນ ລິດຍະສົມຈິດ ແມ່ນໄດ້ມາຫາ ທ້າວ ລາຕີ ວັງວຽງທອງ ຢູ່ວັດໃຫຍ່ສີບຸນເຮືອງ ເພື່ອມາຮ່ວມງານບຸນໃຫຍ່ປະຈຳປີ (ຜ່ານມາທັງສອງແມ່ນຮູ້ຈັກກັນພ້ອມທັງພົວພັນເສບຢາເສບຕິດ, ຫຼິ້ນການພະນັນເກມອອນລາຍຮ່ວມກັນ) ໃນວັນກໍ່ເຫດ ທ້າວ ພານຸພອນ ສິດຍະສົມຈິດ ໄດ້ເວົ້າກັບ ທ້າວ ລາຕີ ວັງວຽງທອງ ວ່າ: ເຮົາຈະຊອກຫຍັງ ໄປຂາຍເພື່ອເອົາເງິນມາຫຼີ້ນເກມ. ທ້າວ ລາຕີ ວັງວຽງທອງ ຈຶ່ງຕອບວ່າ ມີແຕ່ພຣະພຸດທະຮູບຢູ່ໃນສິມ ລູກກຸນແຈແມ່ນເຫັນຫ້ອຍຢູ່ໜ້າກຸດຕິຫັ້ນເດ. ຈາກນັ້ນ ທ້າວ ລາຕີ ວັງວຽງທອງ ຈຶ່ງໄດ້ເຂົ້ານອນ ພໍຮອດເວລາປະມານ 23:00ໂມງ ຂອງວັນທີ 25 ເມສາ 2025 ທ້າວ ພານຸພອນ ລິດຍະສົມຈິດ ແມ່ນໄດ້ ເຂົ້າ ໄປລັກເອົາພຣະພຸດທະຮູບທີຫໍ່ໄວ້ ຈຳນວນ 2 ຫໍ່ແຕ່ບໍ່ຮູ້ຈຳນວນວ່າມີຈັກ ອົງ ມາຊຸກເຊື່ອງໄວ້ຢູ່ກຸດຕິບ່ອນພັກ ເຊົາ ແລ້ວເອົາລູກກູນແຈໄປໄວ້ບ່ອນ ເກົ່າ ພ້ອມທັງບອກທ້າວ ລາຕີ ວັງວຽງທອງ ວ່າ: ພຣະພຸດທະຮູບແມ່ນໄດ້ລັກເອົາອອກມາແລ້ວ. ຖ້າແມ່ນຂາຍໄດ້ຊິປັນເງິນໃຫ້ ຈາກນັ້ນທ້າວ ພານຸພອນ ສິດຍະສົມຈິດ ໄດ້ເອົາພຣະພຸດທະຮູບທີ່ລັກມາໄປຂາຍຜ່ານທາງເຟສບຸກໃຫ້ ທ້າວ ເກມບອນ ຄອນວິໄລ ຈຳນວນ 2 ຄັ້ງ: ຄັ້ງທີ1 ພຣະພຸດທະຮູບ ຈຳນວນ 18 ອົງ ລາຄາ 7,040,000 ກີບ ຄັ້ງທີ 2 ພຣະພຸດທະຮູບ ຈຳນວນ 15 ອົງໃນລາຄາ 13,000.000 ກີບ ແລະ ຂາຍໃຫ້ ທ້າວ ສີສະຫວາດ ທຳມະວົງ ພຣະພຸດທະຮູບ ຈຳນວນ 82 ອົງ ໃນລາຄາ 7,000,000 ກີບ. ລວມເປັນເງິນທັງໝົດ 27,000,000 ກີບ ແລ້ວແບ່ງປັນໃຫ້ ທ້າວ ລາຕີ ວັງວຽງທອງ 9,900,000 ກີບ.
ເຈົ້າໜ້າທີ່ຕຳຫຼວດໄດ້ກັກຕົວພວກກ່ຽວໃນ ວັນທີ 24 ມີຖຸນາ 2025 ແລະ ສາມາດເກັບກູ້ ພຣະພຸດທະຮູບຄືນມາໄດ້ທັງໜົດຈຳນວນ 118 ອົງ ໄດ້ມອບຄືນໃຫ້ທາງ ວັດໃຫຍ່ສີບຸນເຮືອງ ບ້ານຫນອງບົກ ເມືອງຫນອງບົກ ແຂວງຄຳມ່ວນ.
ນອກນັ້ນຍັງໄດ້ດຳເນີນຄະດີຕໍ່ທ້າວ ສີສະຫວາດ ທຳມະວົງ ແລະ ທ້າວ ເກມບອນ ຄອນວິໄລ ໃນຖານຄວາມຜິດ ການຊຸກເຊື່ອງ, ການຊື້-ຂາຍຊັບຜິດກົດໝາຍ.
ຂໍ້ມູນຂ່າວ-ພາບ: ນີວອນ ອ້ວນຄຳຈັນ