ຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ ເມືອງໂຂງໃຫ້ຮູ້ວ່າ: ມີ 254 ຄອບຄົວທີ່ເຮືອນຂອງພວກເຂົາຖືກລົມພາຍຸລະດູຮ້ອນພັດເປ່ເພ ຈາກພາຍຸລະດູຮ້ອນທີ່ເກີດຂຶ້ນເມືຶ່ອເວລາປະມານ 20 ໂມງ 30 ຂອງວັນທີ 17 ພຶດສະພາ 2021 ທີ່ຜ່ານມາ ໂດຍມີ 9 ບ້ານທີ່ໄດ້ຮັບຜົນກະທົບຄື: ບ້ານໂຂງຫາດງິ້ວ ມີຈຳນວນ 23 ຄອບຄົວ, ໂຂງແຫຼມ 19 ຄອບຄົວ, ຫົວສັນ 52 ຄອບຄົວ, ຫາງສັນ 36 ຄອບຄົວ, ແສນລ່າມ 37 ຄອບຄົວ, ນາລານ 30 ຄອບຄົວ, ຫ້ວຍໄຮ 52 ຄອບຄົວ, ລົມພັດ 5 ຄອບຄົວ ແລະ ນາແສນພັນ ມີ 28 ຄອບຄົວ.
ທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ ແລະ ຄະນະໄດ້ລົງຕິດຕາມເບິ່ງຜົນກະທົບ ເມື່ອວັນທີ 18 ພຶດສະພາ 2021 ທີ່ຜ່ານມາ ເພື່ອຕິດຕາມຜົນເສຍຫາຍ ແລະ ຊອກວິທີຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບດັ່ງກ່າວ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ


