ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ພະຍາກອນ ຄາດຄະເນສະພາບອາກາດລ່ວງໜ້າໃຫ້ຮູ້ວ່າ: ໃນໄລຍະ 3 ວັນຕໍ່ໄປນີ້ ນັບແຕ່ວັນທີ 12 ຫາ 14 ມິຖຸນາ 2021 ນີ້ ເຂດພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້ ຍັງຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຍ້ອນຍ່ອມຄວາມ ກົດດັນອາກາດຕໍ່າທີ່ມີກຳລັງແຮງທີ່ປົກຄຸມຢູ່ເຂດທະເລຈີນຕອນກາງ ແລະ ຄາດວ່າຈະມີກຳລັງແຮງເພີ່ມຂຶ້ນກາຍເປັນພາຍຸດີເປຼຊັ້ນ ແລະ ຈະເຄື່ອນທີ່ໄປທາງເກາະໄຮໜານສົມທົບກັບລົມ ມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງແຮງ.
ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ຕື່ມອີກວ່າ: ຕໍ່ກັບສະພາບອາກາດດັ່ງກ່າວຈຶ່ງຂໍແຈ້ງເຕືອນມາຍັງປະຊາຊົນບັນດາເຜົ່າທີ່ອາໄສຢູ່ເຂດດັ່ງກ່າວ ໂດຍສະເພາະຢູ່ ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະວັງຕົວຕໍ່ກັບສະພາບຝົນຕົກໜັກ ແລະ ລົມພັດແຮງ ຊຶ່ງອາດຈະເກີດໄພພິບັດທາງທຳມະຊາດແບບບໍ່ຄາດຄິດ ເຊັ່ນ: ດິນເຈື່ອນ, ນ້ຳຖ້ວມກະທັນຫັນ, ນ້ຳປ່າໄຫຼຫຼາກ ແລະ ນ້ຳຖ້ວມຊູ ຕົ້ນໄມ້ ແລະ ເສົາໄຟຟ້າຫັກໂຄ່ນ ແລະ ອື່ນໆ.