ຈໍານວນຜູ້ຕິດເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ ຕະຫຼອດໄລຍະ 3 ວັນຜ່ານມາຮອດມື້ນີ້ ຍັງແມ່ນ 10 ຄົນເທົ່າເດີມ ຖືວ່າເປັນຂ່າວດີສໍາລັບປວງຊົນລາວທັງຊາດ.
ສໍາລັບການປີ່ນປົວ 10 ຄົນທີ່ຕິດເຊື້ອ, ເຊິ່ງ 7 ຄົນ ປີ່ນປົວຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ແລະ 3 ຄົນປີ່ນປົວຢູ່ໂຮງໝໍ ແຂວງຫຼວງພະບາງ ມາຮອດປະຈຸບັນ ມີອາການດີຂຶ້ນ ກິນ-ດື່ມໄດ້ປົກກະຕິ, ບໍ່ມີໄຂ້, ຫາຍໃຈສະດວກ, ມີພຽງບາງຄົນມີອາການໄອເລັກນ້ອຍ, ພ້ອມນີ້ກໍ່ໄດ້ ມີການສ່ອງລັງສີເບິ່ງປອດເຫັນວ່າປົກກະຕິດີທັງ 10 ຄົນ.
ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ ຢູ່ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ໃນຕອນບ່າຍຂອງວັນທີ 4 ເມສາ 2020 ວ່າ ມາຮອດມື້ນີ້ ຍັງແມ່ນ 10 ຄົນເທົ່າເດີມ ຈາກຜົນກວດກໍລະນີສົງໄສ ແລະ ເກັບຕົວຢ່າງມາກວດ 53 ຄົນ ໃນວັນທີ 3 ເມສາ 2020 ໄດ້ແກ່ ນະຄອນຫຼວງວຽງຈັນ 39 ຄົນ, ໃນນັ້ນເປັນຄົນລາວ 38 ຄົນ ແລະ ຄົນຈີນ 1 ຄົນ, ແຂວງບໍ່ແກ້ວ 6 ຄົນ, ບໍລິຄຳໄຊ ແລະ ຄຳມ່ວນ ແຂວງລະ 3 ຄົນ, ແຂວງວຽຈັນ ແລະ ສະຫວັນນະເຂດ ແຂວງລະ 1 ຄົນ, ທັງໝົດໄດ້ເກັບຕົວຢ່າງ ແລະ ຜົນກວດເປັນລົບ ຖືວ່າມື້ນີ້ກໍຍັງບໍ່ມີກໍລະນີໃໝ່.
ເລີ່ມແຕ່ເດືອນມັງກອນ ຮອດວັນທີ 3 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 573 ຄົນ, ກວດພົບເຊື້ອມີພຽງແຕ່ 10 ຄົນ. ປະຈຸບັນຈຳນວນກໍລະນີໃກ້ຊິດ ສຳພັດກັບຄົນເຈັບ ທີ່ກຳລັງຕິດຕາມມີ 216 ຄົນຄື ນະຄອນຫຼວງວຽງຈັນ 141 ຄົນ, ຫຼວງພະບາງ 49 ຄົນ, ອຸດົມໄຊ 24 ຄົນ, ຄຳມ່ວນ 2 ຄົນ.
ຕໍ່ກັບຜູ້ສຳຜັດໃກ້ຊິດດັ່ງກ່າວ ພວກເຮົາໄດ້ໃຫ້ເຂົາເຈົ້າກັກບໍລິເວນຕົນເອງຢູ່ເຮືອນຂອງເຂົາເຈົ້າ ແລະ ມີແພດເຮົາໄປຕິດຕາມອາການທຸກມື້ ຖ້າຫາກມີອາການ ຫຼື ກວດພົບວ່າເປັນບວກກໍ່ຕ້ອງໄດ້ນຳມາປິ່ນປົວຢູ່ໂຮງໝໍຕາມຫຼັກການຂອງການປິ່ນປົວໂຄວິດ-19.
ຂ່າວ: ວຽງຈັນທາຍ
ພາບ: ພູນຊັບ