ກົມຕໍາຫຼວດຈະລາຈອນໃຫ້ຮູ້ວ່າ: ສະເພາະເດືອນມິຖຸນາ 2021 ທີ່ຜ່ານມາປະຊາຊົນລາວເສຍຊີວິດທັງໝົດ 37 ຄົນ, ບາດເຈັບ 429 ຄົນ ແລະ ພາຫະນະເປ່ເພ 563 ຄັນ ຈາກອຸບັດເຫດທີ່ເກີດຂຶ້ນຕາມທ້ອງຖະໜົນທັງໝົດ 326 ຄັ້ງໃນຂອບເຂດທົ່ວປະເທດ ຊຶ່ງສາເຫດຫຼັກທີ່ກໍ່ໃຫ້ເກີດອຸບັດເຫດຍ້ອນຂັບຂີ່ດ້ວຍຄວາມໄວເກີນກໍານົດ, ຮອງລົງມາແມ່ນເກີດຈາກດື່ມ ສິ່ງ ມືນເມົາແລ້ວຂັບ. ນະຄອນຫຼວງວຽງຈັນມີຜູ້ເສຍຊີວິດຈາກອຸບັດເຫດດັ່ງກ່າວຫຼາຍກວ່າແຂວງອື່ນ, ມີຜູ້ເສຍຊີວິດ 10 ຄົນ, ຮອງລົງມາແມ່ນແຂວງ ຈໍາປາສັກ 6 ຄົນ ແລະ ແຂວງວຽງຈັນ 5 ຄົນ. ອຸບັດເຫດສ່ວນຫຼາຍແມ່ນເກີດ ຂຶ້ນໃນໄລຍະເວລາ 17 ໂມງ 00 ຫາ 24 ໂມງ 00 ແລະ ເກີດຈາກກຸ່ມທີ່ມີອາຍຸ 31- 50 ປີ.
ກົມຕໍາຫຼວດຈະລາຈອນຍັງແຈ້ງໃຫ້ຮູ້ອີກວ່າ: ສະເພາະເດືອນພຶດສະພາ 2021 ທີ່ຜ່ານມາ ທົ່ວປະເທດມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 43 ຄົນ, ບາດເຈັບ 421 ຄົນ ແລະ ພາຫະນະເປ່ເພ 460 ຄັນ ຈາກອຸບັດເຫດທີ່ເກີດຂຶ້ນທັງໝົດ 269 ຄັ້ງ.
ຂໍ້ມູນ: ກົມຕໍາຫຼວດຈະລາຈອນ