Vientiane Times Lao
4 ວັນຕໍ່ໄປນີ້ປະຊາຊົນຢູ່ທົ່ວທຸກພາກ ກຽມຮັບມືກັບພາຍຸຝົນ

4 ວັນຕໍ່ໄປນີ້ປະຊາຊົນຢູ່ທົ່ວທຸກພາກ ກຽມຮັບມືກັບພາຍຸຝົນ

 ເມື່ອວັນທີ 5 ກໍລະກົດ 2021 ທີ່ຜ່ານມາ, ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງເຕືອນປະຊາຊົນຢູ່ທົ່ວທຸກພາກ ຂອງປະເທດຈົ່ງມີສະຕິໃນການກຽມຮັບມືກັບຝົນຕົກໜັກ, ຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນໃນໄລຍະ 4 ວັນຕໍ່ໄປນີ້ ນັບແຕ່ວັນທີ 6-9 ກໍລະກົດ ຊຶ່ງອາດຈະມີນໍ້າຖ້ວມຊູກະທັນຫັນ, ຕົ້ນໄມ້ຫັກໂຄ້ນ ແລະ ດິນເຈື່ອນ.
ສະພາບອາກາດທີ່ຈະເກີດຂຶ້ນໃນໄລຍະ 4 ວັນດັ່ງກ່າວນັ້ນ ເກີດຈາກພາຍຸໝຸນເຂດຮ້ອນຈະເຄື່ອນທີ່ຜ່ານເກາະໄຮ່ໜຳ ແລະ ສືບຕໍ່ເຄື່ອນທີ່ຜ່ານພາກເໜືອ ຂອງ ສສ ຫວຽດນາມຊຶ່ງຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ເພີ່ມກໍາລັງແຮງພັດປົກຄຸມທົ່ວທຸກພາກຂອງ ສປປ ລາວ. 

ຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

Related Articles

Leave a Reply