Vientiane Times Lao

6 ເດືອນຕົ້ນປີມີຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ 12 ຄົນເສຍຊີວິດ 4 ຄົນ

ໃນໄລຍະ 6 ເດືອນຕົ້ນປີມີອຸບັດເຫດຈາກ ລບຕ ເກີດຂຶ້ນທັງໝົດ 7 ຄັ້ງ ມີຜູ້ຖືກເຄາະຮ້າຍທັງໝົດ 12 ຄົນ  ຜູ້ບາດເຈັບ 8 ຄົນ ແລະ ເສຍຊີວິດ 4 ຄົນ ໃນນັ້ນ ມີເດັກນ້ອຍບາດເຈັບ 6 ຄົນ ເດັກນ້ອຍກວມ 66%.

ໂຕເລກດັ່ງກ່າວ ໄດ້ລາຍງານໃນກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ຄັ້ງທີ 1 ປະຈຳປີ 2025 ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ທີ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮອງປະທານຜູ້ປະຈໍາການຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ທ່ານນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ທ່ານນາງ ມາຕິນ ເຕເຣ ຜູ້ຕ່າງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ, ມີບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ການນຳກະຊວງ, ຂະແໜງການ ຄຊກລ ເຂົ້າຮ່ວມ.

ນັບແຕ່ເດືອນມັງກອນຫາເດືອນມິຖຸນາ, ທີມງານເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ໄດ້ສຳຫຼວດເນື້ອທີ່ດິນ 9,413 ເຮັກຕາ, ຢັ້ງຢືນວ່າ 6,984 ເຮັກຕາເປັນພື້ນທີ່ອັນຕະລາຍ, ແລະ ກວດກູ້ໄດ້ໃນເນື້ອທີ່ 2,717 ເຮັກຕາ ໃນ 14 ແຂວງ, ເຊິ່ງເປັນການເປີດໂອກາດໃຫ້ປະຊາຊົນສາມາດນຳໃຊ້ທີ່ດິນໄດ້ຢ່າງປອດໄພ ແລະ ສ້າງໂອກາດໃນການເຮັດກະສິກຳ, ພັດທະນາພື້ນຖານໂຄງລ່າງ ແລະ ການດຳລົງຊີວິດ.

ພາກສ່ວນກ່ຽວຂ້ອງໄດ້ສຸມໃສ່ເຜີຍແຜ່ກ່ຽວກັບຜົນກະທົບ ແລະ ວິທີການຫຼີກລ້ຽງຈາກອຸບັດເຫດດັ່ງກ່າວ, ໂດຍການສຶກສາໄດ້ເຂົ້າເຖິງປະຊາຊົນ 181,531 ຄົນ ໃນ 11 ແຂວງ, ເຊິ່ງເປັນການເສີມສ້າງຄວາມສາມາດໃນການຮັບຮູ້ໄພຄຸກຄາມ, ປັບປ່ຽນພຶດຕິກຳທີ່ປອດໄພຂຶ້ນ ແລະ ປ້ອງກັນອຸບັດເຫດ.

ນອກຈາກນີ້, ຍັງໄດ້ໃຫ້ການຊ່ວຍເຫຼືອຜູ້ລອດຊີວິດຈາກອຸບັດເຫດ UXO ຈຳນວນ 172,109 ຄົນ, ເພື່ອໃຫ້ພວກເຂົາສາມາດກັບມາເຄື່ອນໄຫວໄດ້, ສ້າງຄວາມໝັ້ນໃຈຄືນໃໝ່ ແລະ ກັບມາໃຊ້ຊີວິດແບບເພິ່ງພາຕົນເອງໄດ້.

ປີທີ່ຜ່ານມາ, ອຸບັດເຫດທີ່ກ່ຽວຂ້ອງກັບ UXO ໄດ້ເຮັດໃຫ້ມີຜູ້ບາດເຈັບ 36 ຄົນ ແລະ ເສຍຊີວິດ 7 ຄົນໃນ 6 ເດືອນທຳອິດ, ໂດຍສ່ວນໃຫຍ່ຂອງອຸບັດເຫດເກີດຂຶ້ນໃນຂະນະທີ່ເດັກນ້ອຍພວມຫຼິ້ນກັບລູກລະເບີດລູກຫວ່ານ ໂດຍບໍ່ຮູ້ວ່າມັນແມ່ນຫຍັງ ຫຼື ປະຊາຊົນພວມຂຸດດິນໃນເນື້ອທີ່ນາຂອງພວກເຂົາ ແລະ ໄດ້ຕຳຖືກວັດຖຸລະເບີດທີ່ບໍ່ທັນແຕກ.

Related Articles

Leave a Reply