ໃນໄລຍະວັນທີ 22 ຫາ 23 ກໍລະກົດ ປີ 2025 ນີ້, ໄດ້ເກີດມີໄພພິບັດນໍ້າຖ້ວມ ນໍ້າຖ້ວມຊຸ ຈາກພາຍຸວິພາ ຊຶ່ງເຮັດໃຫ້ຫຼາຍບ້ານໃນແຂວງວຽງຈັນ ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ດັ່ງກ່າວ ຢ່າງໜັກໜ່ວງ ເປັນຕົ້ນ ເມືອງກາສີ ໄດ້ຮັບຜົນກະທົບ 36 ບ້ານ ແລະ ເມືອງວັງວຽງ 9 ບ້ານ ພ້ອມທັງຜົນຜະລິດຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍເປັນຈຳນວນຫຼາຍ.
ທ່ານ ສີສະໄຫວ ແກ້ວດາລາວິນ ຫົວໜ້າ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ ໄດ້ລາຍງານສະພາບນໍ້າຖ້ວມ ໃນໂອກາດທີ່ກອງເລຂາຄະນະຄຸ້ມຄອງໄພພິບັດຂັ້ນແຂວງວຽງຈັນ ທີ່ໄດ້ລົງຕິດຕາມ ແລະ ເກັບກຳຂໍ້ມູນ ນຳໂດຍທ່ານ ພູວົງ ບຸນຊູ ປະທານຄະນະກຳມະການຄຸ້ມຄອງໄພພິບັດແຂວງວຽງຈັນ ໃນວັນທີ 23 ກໍລະກົດ 2025 ວ່າ: ເມືອງກາສີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຈຳນວນ 36 ບ້ານ, ໃນນັ້ນ ບ້ານແກ້ວສົມພູ ມີດິນທັບເຮືອນ1 ຫຼັງ, ບ້ານພູຄຳ, ບ້ານນາແທ່ນ, ບ້ານຈຽງ, ບ້ານໂພນຄຳ ແລະ ບ້ານນາມົນໃໝ່ ມີນ້ຳຖ້ວມພື້ນເຮືອນ ລວມ 253 ຫຼັງ, ມີເຮືອນຍຸບ ຢູ່ບ້ານວຽງແກ້ວ 1 ຫຼັງ ແລະ ນ້ຳຖ້ວມເຮືອນ 2 ຫຼັງ, ນອກນັ້ນ ຍັງມີເນື້ອທີ່ນາປີຖືກນ້ຳຖ້ວມອີກ 1 ພັນກວ່າເຮັກຕາ ແລະ ມີດິນເຈື່ອນຖົມເສັ້ນທາງເລກທີ 13 ເໜືອ ລະຫວ່າງເມືອງກາສີ-ພູຄູນ 3 ຈຸດ ຊຶ່ງທາງຄະນະຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ປະສານຫາພາກສ່ວນກ່ຽວຂ້ອງ ກວດເອົາດິນທີ່ເຈື່ອນອອກຈາກເສັ້ນທາງດັ່ງກ່າວແລ້ວ.
ເມືອງວັງວຽງ ຜົນເສຍຫາຍເບື້ອງຕົ້ນ ແມ່ນນ້ຳຖ້ວມເຮືອນປະຊາຊົນ 9 ບ້ານ ຊຶ່ງມີບ້ານຫ້ວຍແຍ້, ບ້ານ ຫ້ວຍງາມ, ບ້ານ ໂພນຊຸ, ບ້ານໂພນສູງ, ບ້ານຫ້ວຍສະເຫງົ້າ, ບ້ານວັງຊອງ, ບ້ານຂັນໝາກ, ບ້ານເມືອງຊອງ ແລະ ບ້ານຜາຕັ້ງ, ຊຶ່ງທາງອະນຸກຳມະການໄພພິບັດ ຂັ້ນເມືອງ, ຫ້ອງການກາແດງ, ອ້າຍນ້ອງທະຫານຈາກແຂວງ, ເມືອງ ແລະ ກອງພົນທີ 1 ຈຳນວນ 100 ກວ່າຄົນ ໄດ້ເຂົ້າໄປໃຫ້ການຊ່ວຍເຫຼືອຂົນເຄື່ອງ, ຍ້າຍເຄື່ອງຂອງໃຫ້ແກ່ ປະຊາຊົນບ້ານທີ່ຖືກນໍ້າຖ້ວມຢ່າງຮີບດ່ວນແລ້ວ.
ປະຈຸບັນ ລະດັບນ້ຳ ແມ່ນຫຼຸດລົງຫຼາຍແລ້ວ, ແຕ່ຍັງຕ້ອງໄດ້ຕິດຕາມ ລະດັບນ້ຳຕື່ມຫາກຝົນຍັງສືບຕໍ່ຕົກລົງມາອີກ.