ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງໃຫ້ຮູ້ໃນມື້ນີ້ວ່າ: ນັບແຕ່ມື້ອື່ນ ຫຼື ນັບແຕ່ວັນທີ 4 ຫາ 8 ມິຖຸນາ 2020 ນີ້ ທົ່ວທຸກພາກຂອງປະເທດລາວ ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກໃນບາງທ້ອງຖິ່ນ ຍ້ອນມີລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະຄ່ອຍເພີ່ມກໍາລັງແຮງຂຶ້ນຢູ່ທົ່ວທຸກພາກຂອງປະເທດ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຮ້ອນອົບເອົ້າ.
ນອກນັ້ນກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງໄດ້ແຈ້ງເຕືອນມາຍັງປະຊາຊົນທີ່ອາໄສຢູ່ພາກກາງ ແລະ ພາກໃຕ້ ໃຫ້ກຽມຮັບມືກັບພະຍຸລົມພັດແຮງ ແລະ ຈະມີຝົນຕົກ, ຟ້າຮ້ອງ ຟ້າເຫຼື້ອມ ຈຶ່ງໃຫ້ລະວັງອາດຈະມີຕົ້ນໄມ້ຫັກ, ເສົາໄຟຟ້າຫັກ ແລະ ໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ແຕ່ລະໄລຍະ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ