Vientiane Times Lao
5 ເດືອນຕົ້ນປີ 2021 ນີ້ລາວຂາດດຸນ ການຄ້າປະມານ 54 ລ້ານໂດລາ

5 ເດືອນຕົ້ນປີ 2021 ນີ້ລາວຂາດດຸນ ການຄ້າປະມານ 54 ລ້ານໂດລາ

ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ໃນໄລຍະ 5 ເດືອນຕົ້ນປີ ຂອງປີ 2021 ນີ້, ສປປ ລາວມີມູນຄ່າສົ່ງອອກ ແລະ ນໍາເຂົ້າສິນຄ້າປະມານ 904 ລ້ານໂດລາສະຫະລັດ, ໃນນີ້ ມູນຄ່າການ ນໍາເຂົ້າ ປະມານ 479 ລ້ານໂດລາສະຫະລັດ ແລະ ມູນຄ່າການສົ່ງອອກ ປະມານ 425 ລ້ານໂດລາ ສະຫະລັດໝາຍຄວາມວ່າໃນໄລຍະ 5 ເດືອນດັ່ງ ກ່າວ ລາວ ຂາດດຸນການຄ້າປະມານ 54 ລ້ານໂດລາ ສະຫລັດ.

 ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ຕື່ມວ່າ: ຕະຫຼາດຫຼັກທີ່ຮອງຮັບສິນຄ້າລາວອັນດັບໜຶ່ງຍັງແມ່ນຕະຫຼາດ ສປ ຈີນ, ຫວຽດນາມ, ໄທ, ສະວິດເຊີແລນ ແລະ ເຢຍລະມັນ ໂດຍສິນຄ້າທີ່ສົ່ງອອກປະກອບມີແຮ່ທອງ, ໝາກກ້ວຍ, ຄຳປະສົມ (ຄຳແທ່ງ), ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ນໍ້າຕານ, ຢາງພາລາ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ) ແລະ ໄມ້ແປຮູບເຄິ່ງສຳເລັດຮູບ ແລະ ສຳເລັດຮູບ. ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າສິນຄ້າຫຼັກອັນດັບໜຶ່ງແມ່ນປະເທດໄທ, ສປ ຈີນ, ຫວຽດນາມ, ຢີ່ປຸ່ນ ແລະ ສ. ອາເມຣິກາ   ຊຶ່ງ ປະກອບມີ ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກ ຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້), ເຄື່ອງໃຊ້ທີ່ເຮັດດ້ວຍ ພລາສະຕິກ, ຝຸ່ນ (ປຸຍ), ແລະ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ.

ຂໍ້ມູນຈາກ: ເວບໄຊ້ກະຊວງອຸດສາຫະກຳ ແລະ ການຄ້າ

Related Articles

Leave a Reply