6 ນັກກິລາຄົນພິການທີມຊາດລາວ ພ້ອມດ້ວຍຄະນະໄດ້ອອກເດີນທາງໃນວັນທີ 18 ສິງຫາ 2025 ທີ່ສະໜາມບິນສາກົນ ວັດໄຕ ເພື່ອເຂົ້າຮ່ວມການແຂ່ງຂັນງານກິລາຫູໜວກອາຊຽນ ຄັ້ງທີ 2 ຈະຈັດຂຶ້ນໃນລະຫວ່າງວັນທີ 20-26 ສິງຫາ 2025 ທີ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ.
ໃນການເຂົ້າຮ່ວມແຂ່ງຂັນງານກິລາຄົນພິການຫູໜວກອາຊຽນ ຄັ້ງທີ 2 ຄັ້ງນີ້, ລັດຖະບານ ສປປ ລາວ ໄດ້ອະນຸມັດສົ່ງນັກກິລາເຂົ້າຮ່ວມ ທັງໝົດ 6 ຄົນ ຈາກປະເພດກິລາດອກປີກໄກ່ ແລະ ແລ່ນ-ລານ (ປະເພດລະ 3 ຄົນ), ຊຶ່ງລາຍການນີ້ ເປັນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມ ໂດຍຕັ້ງເປົ້າໝາຍ ຈະພະຍາຍາມເຮັດໃຫ້ດີທີ່ສຸດ ເພື່ອເກັບກ່ຽວເອົາປະສົບການ ແລະ ຜົນງານດີເດັ່ນມາສູ່ປະເທດຊາດ.
ທີ່ມາ: ສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ