Vientiane Times Lao
7 ມາດຕະການສືບຕໍ່ປະຕິບັດໃນການປ້ອງ ກັນພະຍາດໂຄວິດ-19 ອີກ 15 ວັນ

7 ມາດຕະການສືບຕໍ່ປະຕິບັດໃນການປ້ອງ ກັນພະຍາດໂຄວິດ-19 ອີກ 15 ວັນ

ລັດຖະບານ ສປປ ລາວ ໄດ້ສືບຕໍ່ປະຕິບັດບັນດາ ມາດຕະການຕ່າງໆໃນຄຳສັ່ງເລກທີ 15/ນຍ ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ, ນັບແຕ່ວັນທີ 5 ຫາ ວັນທີ 19 ກໍລະກົດ 2021, ຍ້ອນວ່າຍັງພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍວັນໂດຍສະເພາະຢູ່ບັນດາແຂວງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ, ແຕ່ໂຊກດີຈໍານວນຜູ້ຕິດເຊື້ອສ່ວນຫຼາຍແມ່ນກໍລະນີນໍາເຂົ້າ.

7 ມາດຕະການທີ່ຕ້ອງສືບຕໍ່ປະຕິບັດມີ: ໃຫ້ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອມາປິ່ນປົວ ໂດຍມີການສົມທົບລະຫວ່າງ ອົງການປົກຄອງທ້ອງຖິ່ນ ກັບບຸກຄະລາກອນທາງການແພດ ແລະ ພາກສ່ວນຕ່າງໆຂອງສັງຄົມ ດ້ວຍຫຼາຍ ວິທີ ລວມທັງເພີ່ມການສັກວັກຊິນໃຫ້ກຸ່ມເປົ້າໝາຍ ໃຫ້ໄດ້ຕາມຄາດໝາຍ; ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ,ໂຮງສາຍຮູບເງົາ, ຮ້ານສະໜຸກເກີ, ຮ້ານນວດ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດໃນທົ່ວປະເທດ; ຫ້າມຫຼິ້ນກິລາທີ່ຮ່າງກາຍມີການສຳຜັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ; ສືບຕໍ່ປິດການຮຽນ-ການສອນ ຢູ່ສະຖານການສຶກສາທຸກຊັ້ນ ທຸກສາຍ ຢູ່ນະຄອນ ຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ, ຍົກເວັ້ນ ໂຮງຮຽນກິນນອນ. ນອກນັ້ນໃຫ້ສືບຕໍ່ປິດ ບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ ຢູ່ໃນເຂດ ຫຼື ບ້ານທີ່ຖືກກຳນົດເປັນເຂດແດງ, ຍົກເວັ້ນໂຮງງານທີ່ພະນັກງານ, ກໍາມະກອນ ໄດ້ສັກວັກຊີນ ຄົບ 2 ເຂັມແລ້ວ, ໂຮງງານທີ່ມີຫໍພັກຂອງແຮງງານຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບການຂອງບັນດາໂຮງງານ, ຫົວໜ່ວຍການຜະລິດທີ່ປິດ ມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ ແລະ ປະສານສົມທົບກັບອົງການກ່ຽວຂ້ອງ ເພື່ອປະຕິບັດນະໂຍບາຍສະຫວັດດີການ ໃຫ້ແກ່ແຮງງານຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ; ສືບຕໍ່ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວ ຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ ແລະ ສືບຕໍ່ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.

Related Articles

Leave a Reply