ນັບແຕ່ຕົ້ນປີຜ່ານມາຈົນເຖິງປະຈຸບັນ ຢູ່ທົ່ວປະເທດໄດ້ມີຄົນເສຍຊີວິດຍ້ອນໄຂ້ ເລືອດອອກ ທັງໝົດ 74 ຄົນ ແລະ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກວ່າ 37,000 ຄົນ.
ສະຖິຕິການເສຍຊີວິດນີ້ ແມ່ນສູງກວ່າປີ 2018 ເກືອບ 4 ເທົ່າ, ດັ່ງນັ້ນ ເຈົ້າໜ້າທີ່ ກະຊວງ ສາທາລະນະສຸກ ໄດ້ສຸມໃສ່ໃນການຂົນຂວາຍປະ ຊາຊົນທົ່ວປະເທດ ໃຫ້ເອົາໃຈໃສ່ທຳລາຍແຫຼ່ງ ເພາະພັນຂອງຍຸງລາຍ, ເຊິ່ງເປັນສາເຫດຕົ້ນຕໍ່ທີ່ ເຮັດໃຫ້ມີການລະບາດຂອງພະຍາດດັ່ງກ່າວ.
ກະຊວງ ສາທາລະນະສຸກ ໄດ້ຈັດກອງ ປະຊຸມທົບທວນ ແລະ ວາງແຜນປະຈຳປີ ຂຶ້ນໃນບໍ່ດົນມານີ້. ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງ ສາທາລະນະສຸກ ກໍ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ຂະແໜງສາທາລະນະສຸກ ທົ່ວປະເທດ ໃຫ້ເພີ່ມຄວາມເອົາໃຈໃສ່ ໃນການຄວບຄຸມ ແລະ ປ້ອງກັນພະຍາດໄຂ້ ເລືອດອອກ, ພາຍຫລັງມີຫຼາຍກໍລະນີຕິດ ເຊື້ອໄຂ້ເລືອດອອກ ແລະ ເສຍຊີວິດ ໂດຍສະເພາະແມ່ນ ຢູ່ນະຄອນຫຼວງວຽງຈັນ, ເຊິ່ງມີສະຖິຕິສູງກວ່າໝູ່ ພ້ອມກັບບັນດາ ແຂວງທີ່ຢູ່ພາກໃຕ້.
ທ່ານ ດຣ ອອນຈັນ ແກ້ວສະຫວັນ, ຫົວໜ້າສູນຫ້ອງທົດລອງແຫ່ງຊາດ ແລະ ພະຍາດລະບາດວິທະຍາ, ກົມຄວບຄຸມ ພະຍາດຕິດຕໍ່ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວໜັງສືພິມວຽງຈັນທາຍໃນວັນທີ 12 ພະຈີກ 2019 ວ່າ: ຖ້າມີອາການເຈັບປ່ວຍ ຄວນ ໄປໂຮງໝໍ ເພື່ອກວດຫາພະຍາດໃຫ້ໄວເທົ່າທີ່ ຈະໄວໄດ້, ຢ່າພະຍາຍາມຊື້ຢາຢູ່ຮ້ານຂາຍຢາ ມາກິນເອງ. ພຶດຕິກຳດັ່ງກ່າວນີ້ໄດ້ເຮັດໃຫ້ຫຼາຍ ຄົນສຍຊີວິດແລ້ວ ເພາະວ່າພວກເຂົາເຈົ້າຮັກສາ ຕົວເອງ ແທນທີ່ຈະໄປໂຮງໝໍເພື່ອ ໃຫ້ແພດໝໍ ຕິດຕາມ.
ເຈົ້າໜ້າທີ່ສາທາລະນະສຸກຈະຕ້ອງໄດ້ສືບຕໍ່ສຶກ ສາອົບຮົມບຸກຄົນ ແລະ ຊຸມຊົນເພື່ອໃຫ້ພວກ ເຂົາເຈົ້້າ ເຂົ້າໃຈຄວາມອັນຕະລາຍ ແລະ ປະຕິບັດມາດຕະການຢ່າງຈິງຈັງໃນການປ້ອງກັນພະຍາດ.
ນອກຈາກນີ້, ບັນດາຕົວແທນພະແນກສາທາ ລະນະສຸກ ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບການ ແນະນຳ ເພື່ອຊຸກຍູ້ໃຫ້ ໜ່ວຍງານທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່ກ່ຽວກັບພະຍາດໄຂ້ເລືອດ ອອກ ແລະ ປູກຈິດສຳນຶກ ກ່ຽວກັບມາດຕະ ການປ້ອງກັນໃນແຕ່ລະເມືອງ, ຫ້ອງການປົກ ຄອງບ້ານຕ່າງໆ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມ ໃຫ້ເຂົ້າຮວ່ມກິດຈະກຳທຳລາຍແຫຼ່ງເພາະພັນ ຂອງຍຸງ.
ຂ່າວ: ບົວຜັນ
ພາບ: ເຜັດໂພໄຊ
