ໃນໄລຍະ 9 ເດືອນ ຜ່ານມານີ້ ນັບແຕ່ເດືອນມັງກອນ ຫາ ເດືອນຕຸລາ ປີ 2025, ທົ່ວແຂວງອັດຕະປື ມີຜູ້ເສຍຊີວິດເຖິງ 19 ຄົນ, ຜູ້ບາດເຈັບ 418 ຄົນ ແລະ ພາຫະນະເປ່ເພ 471 ຄັນຈາກອຸບັດເຫດຕາມທ້ອງຖະໜົນເກີດຂຶ້ນທັງໝົດ 311 ຄັ້ງ.
ທ່ານ ພັທ ກິຄຳ ສີຫາບຸດ ຫົວໜ້າພະແນກຈະລາຈອນ ປກສ ແຂວງອັດຕະປື ໄດ້ກ່າວວ່າ: ສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດເຫດ ແມ່ນຍ້ອນຜູ້ຂັບຂີ່ຈໍານວນໜຶ່ງຍັງບໍ່ທັນເປັນເຈົ້າການໃນການປະຕິບັດລະບຽບການສັນຈອນຢ່າງເຂັ້ມງວດ ໂດຍສະເພາະຂັບຂີ່ໄວເກີນກຳນົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່, ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນທາງຮ່ວມກັນ ແຊງຊ້າຍ-ຂວາ ບໍ່ຮັບປະກັນ ແລະ ອື່ນໆ ຊຶ່ງຈຸດທີ່ມັກເກີດອຸບັດເຫດຫຼາຍກວ່າໝູ່ແມ່ນເຂດຊຸມຊົນ ເທດສະບານເມືອງ, ແຂວງ, ບັນດາ 3 ແຍກ, 4 ແຍກ ແລະ ບ່ອນອື່ນໆ ຕາມທ້ອງຖະໜົນ.
ຕໍ່ສະພາບອຸບັດເຫດດັ່ງກ່າວ, ເຈົ້າໜ້າທີ່ ຂໍຮຽກຮ້ອງເຖິງນັກຂັບຂີ່ຜູ້ ໃຊ້ລົດໃຊ້ຖະໜົນ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ, ຖ້າດື່ມສິ່ງມຶນເມົາ ຫ້າມຂັບຂີ່ຍານພາຫະນະ, ເວລາຂັບຂີ່ຕ້ອງໃຫ້ກຽດເຊິ່ງກັນ ແລະ ກັນ, ໝັ່ນກວດເຊັກສະພາບເຕັກນິກລົດ ໃຫ້ຢູ່ໃນສະພາບພ້ອມໃຊ້ງານ ທັງນີ້ກໍ່ເພື່ອຫຼີກລ່ຽງການສູນເສຍທາງດ້ານຊີວິດ ແລະ ຊັບສິນຈາກການເກີດອຸບັດເຫດຕາມທ້ອງຖະໜົນ.
ຂ່າວຈາກ: ແຂວງອັດຕະປື