ພະແນກອຸດສາຫະກຳ ແລະ ການຄ້າ ທໍາລາຍສິນຄ້າທີ່ມີຈຳນວນເກີນເອກະສານ

ພະແນກອຸດສາຫະກຳ ແລະ ການຄ້າ ທໍາລາຍສິນຄ້າທີ່ມີຈຳນວນເກີນເອກະສານ

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ວ່າ: ໄດ້ທໍາລາຍ ສິນຄ້ານໍາເຂົ້າຈາກຫວຽດນາມທີ່ມີນໍ້າໜັກເກືອບ 6,880 ກິໂລ ໃນບໍ່ດົນມານີ້ ຊຶ່ງສິນຄ້າດັ່ງກ່າວເປັນຈໍານວນເກີນເອກກະສານອະນຸຍາດນໍາເຂົ້າ.

ທ່ານ ນັນຕາ ສານຸວົງ ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງໄດ້ ກ່າວວ່າ: ໃນວັນອັງຄານ ທີ່ຜ່ານມາ ໄດ້ລົງກວດກາ ແລະ ພົບເຫັນລົດຂົນສົ່ງສິນຄ້າມາຈາກປະເທດຫວຽດນາມ ໝາຍເລກທະບຽນ 74 C 03595 ຢູ່ສະຖານທີ່ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຊຶ່ງ ຜ່ານການກວດກາສິນຄ້າ ພົບມີລາຍການແຈ້ງສິນຄ້າມີຈຳນວນ 1,600 ກິໂລ, ແຕ່ສິນຄ້າຕົວຈິງມີຈຳນວນເກີນເອກະສານຢັ້ງຢືນແຫຼ່ງທີ່ມາຈໍານວນຫຼາຍ ແລະ ບໍ່ໄດ້ຜ່ານການກວດກາຢັ້ງຢືນ ແລະ ວິໄຈຫາສານປົນເປື້ອນຈາກພາກສ່ວນກ່ຽວຂ້ອງ.

ທ່ານ ນັນຕາ ໄດ້ກ່າວຕື່ມວ່າ: ສິນຄ້າທີ່ມີຈໍານວນເກີນໂຄຕານໍາເຂົ້າ ຫຼື ລັກລອບນໍາເຂົ້າປະກອບມີ: ໝາກເລັ່ນ ຈຳນວນ 2,100 ກິໂລ, ໝາກນາວ 2,580 ກິໂລ, ກາລົດສີມ້ວງ 200 ກິໂລ, ໝາກມັງກອນ 2,000 ກິໂລ ຊຶ່ງມີນໍ້າໜັກລວມທັງໝົດ 6,880 ກິໂລ ຄິດເປັນມູນຄ່າປະມານ 71 ລ້ານກີບ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply