ໃນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດປີນີ້ຈະປ່ອຍປາ 55 ລ້ານໂຕ

ໃນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດປີນີ້ຈະປ່ອຍປາ 55 ລ້ານໂຕ

ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຽມປາປາກ, ປາກົດ, ປາເໝັ້ນ, ປາແກງ, ປາເຄິງ, ປານິນ, ປາໄນ, ປາກິນຫຍ້າ, ປາດຸກ ແລະ ປາຊະນິດອື່ນໆ ລວມແລ້ວປະມານ 55 ລ້ານໂຕ ເພື່ອຈະປ່ອຍລົງສູ່ແມ່ນ້ຳທຳມະຊາດ, ໜອງ, ບຶງ ໃນຂອບເຂດທົ່ວປະເທດ ເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ໃນວັນທີ 13 ກໍລະກົດທີ່ຈະມາເຖິງນີ້ ຊຶ່ງລູກປາດັ່ງກ່າວ ແມ່ນນໍາມາຈາກບັນດາສະຖານີຜະ ລິດລູກປາຂອງລັດ, ເອກະຊົນ ແລະ ຄອບຄົວຜະລິດລູກປາ ເພື່ອຕອບສະໜອງໃຫ້ແກ່ການປ່ອຍປາຢ່າງພຽງພໍຕາມແຜນການ.

ສະເພາະມາດຕະການຄຸ້ມຄອງຫຼັງການປ່ອຍປາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຕັ້ງຄະນະກຳມະການຮັບຜິດຊອບໂດຍອົງການປົກຄອງ, ປະຊາຊົນເປັນເຈົ້າການຄຸ້ມຄອງ, ຮັກສາ ແລະ ມີລະບຽບຂໍ້ຫ້າມຕ່າງໆ ແລະ ຍັງໄດ້ອອກແຈ້ງການຫ້າມນຳໃຊ້ເຄື່ອງມືຫາປາແບບຜິດກົດໝາຍເຊັ່ນ: ໃຊ້ທາດເບື່ອ, ລະເບີດ, ເຄື່ອງໄຟຟ້າ ແລະ ເຄື່ອງມືຫາປາອື່ນໆທີ່ຕ້ອງຫ້າມ.

ຂ່າວ: ວຽງຈັນທາຍ 

Related Articles

Leave a Reply