ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020 ຈະເລີ່ມເປີດສະໜາມແຂ່ງຂັນແນ່ນອນໃນວັນທີ 11 ກໍລະກົດ ນີ້, ພາຍຫຼັງຖືກເລື່ອນເປິດການແຂ່ງຂັນ ຈາກກຳນົດເດີມໃນວັນທີ 25 ເມສາ ຜ່ານມາ ຍ້ອນມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃຫ້ຮູ້ວ່າ, ການແຂ່ງຂັນໃນອາທິດທໍາອິດ ມີ 2 ຄູ່ ຄື: ເວລາ 16: 00, ສະໂມສອນ ມາສເຕີ ເຊເວັ້ນ ເອັຟຊີ ພົບກັບ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ຢູ່ສະໜາມກິລາແຫ່ງຊາດ ຫຼັກ16 (ສະໜາມໃນ), ແລະ ເວລາ 16: 00 ສະໂມສອນ ຊ້າງນ້ອຍ ເອັຟຊີ ພົບກັບ ສະໂມສອນ ເອສະຣາ ເອັຟຊີ ຢູ່ສະໜາມກິລາແຫ່ງຊາດ ຫຼັກ16 (ສະໜາມນອກ).
ສໍາລັບ ວັນທີ 12 ເດືອນກໍລະກົດ 2020 ມີການແຂ່ງຂັນ 1 ຄູ່ ເວລາ 16: 00,ສະໂມສອນ ປກສ ເອັຟຊີ ພົບ ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງ ວຽງຈັນ ຢູ່ສະໜາມກິລາແຫ່ງຊາດ ຫຼັກ16 (ສະໜາມໃນ), ຊຶ່ງທຸກໆນັດການແຂ່ງຂັນ ແມ່ນຢູ່ສະໜາມກິລາແຫ່ງຊາດ ຫຼັກ16 ເທົ່ານັ້ນ, ໂດຍສະເພາະທຸກໆນັດ ແມ່ນມີການຖ່າຍທອດສົດຜ່ານທາງ Mycujoo.
ສຕລ ໃຫ້ຮູ້ອີກວ່າ, ສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ປະຈໍາປີ 2020, ມີ 7 ທີມ ປະກອບມີ: ສະໂມສອນ ລາວໂຕໂຢຕ້າ ເອັຟຊີ, ສະໂມສອນ ມາສເຕີ ເຊເວັ້ນ ເອັຟຊີ, ສະໂມສອນ ຊ້າງນ້ອຍ ເອັຟຊີ, ສະໂມສອນ ປກສ ເອັຟຊີ, ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງ ວຽງຈັນ, ສະໂມສອນ ວຽງຈັນ ເອັຟທີ ແລະ ສະໂມສອນ ເອສະຣາ ເອັຟຊີ, ຊຶ່ງຮູບແບບການແຂ່ງຂັນ ແມ່ນແຂ່ງຂັນແບບພົບກັນໝົດ 2 ຮອບ ໄປ-ກັບ.
ຂ່າວ: ວຽງຈັນທາຍ

