ລັດກຽມປັບປຸງຫຼາຍດ້ານເພື່ອຮອງຮັບການເພີ່ມຂື້ນຂອງປະຊາກອນ

ລັດກຽມປັບປຸງຫຼາຍດ້ານເພື່ອຮອງຮັບການເພີ່ມຂື້ນຂອງປະຊາກອນ

ກະຊວງແຜນການ ແລະ ການລົງທຶນ ແຈ້ງໃຫ້ຮູ້ວ່າ: ລັດຖະບານ ຈະຕ້ອງໄດ້ສຸມໃສ່ລົງທຶນເພີ່ມເຕີມໃນການປັບປຸງລະບົບການສຶກສາ, ການຮຽນການສອນ, ການສະໜອງຄູໃຫ້ພຽງພໍ  ແລະ ລວມທັງການຂະຫຍາຍໂຮງຮຽນອອກສູ່ຊົນນະບົດໃຫ້ຫຼາຍຂຶ້ນ ເພື່ອຮອງຮັບປະຊາກອນລາວ ໂດຍສະເພາະເດັກນ້ອຍ ແລະ ໄວໜຸ່ມ ທີ່ເພີ່ມຂື້ນທຸກໆປີ ຊຶ່ງຄາດວ່າຮອດປີ 2030 ຈໍານວນປະຊາກອນລາວຈະມີເຖິງ 8,1 ລ້ານຄົນ.

ນອກນັ້ນຍັງຈໍາເປັນຕ້ອງໄດ້ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນເພື່ອຮອງຮັບໄວໝຸ່ມໃຫ້ມີວຽກເຮັດງານທໍາ ແລະ ຈະຕ້ອງມີນະໂຍບາຍເພື່ອຮັບປະກັນດ້ານສຸຂະພາບ, ເພີ່ມບຸກຄະລາກອນດ້ານສາທາລະນະສຸກ ໂດຍສະເພາະເພີ່ມແພດປະດຸງຄັນຂື້ນອີກ 50 % ໃນທົ່ວປະເທດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply