ຝົນຈະຕົກໜັກ ລົມພັດ ແຮງໃນບາງທ້ອງຖີ່ນ

ຝົນຈະຕົກໜັກ ລົມພັດ ແຮງໃນບາງທ້ອງຖີ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ໃນໄລຍະວັນທີ 16-19 ກໍລະກົດ 2020 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂື້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ ສະພາບຝົນຕົກໃນລະດັບຄ່ອຍ ຫາ ກາງ ເປັນບໍລິເວນກ້ວາງ ພ້ອມຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຂອງແຂວງພາກກາງ ແລະ ພາກໃຕ້.

ສະນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈຶ່ງໄດ້ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ໃຫ້ມີສ ຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງ ອາດຈະເກີດມີນ້ຳຖ້ວມຊູເກີດຂື້ນ.

ໃນອາທິດທີ່ຜ່ານມານີ້, ເກີດເຫດນໍ້າຖ້ວມກະທັນຫັນ ຢູ່ບ້ານນໍ້າແອ່ງ ເມືອງ ວຽງພູຄາ ແຂວງຫລວງນໍ້າທາ, ຍ້ອນຝົນໄດ້ຕົກໜັກ ເຮັດໃຫ້ມີນໍ້າຍຶ່ງຂຶ້ນຢູ່ຕາມແມ່ນໍ້າຕ່າງໆ ຈຶ່ງເຮັດໃຫ້ເກີດນໍ້າຖ້ວມກະທັນຫັນດັ່ງກ່າວ, ພ້ອມນັ້ນ ຍັງເຮັດໃຫ້ເນື້ອທີ່ນາທີ່ຫາກໍ່ດໍາເເລ້ວ, ສວນພຶດຜັກ ແລະ ສັດລ້ຽງຈໍານວນໜຶ່ງຖືກນໍ້າພັດໄປ, ເສັ້ນທາງມີການທັບຖົມຂອງຂີ້ຕົມ ແລະ ກໍຍັງມີເຮືອນຖືກນໍ້າຊຸເສຍຫາຍຈໍານວນໜຶ່ງ ແຕ່ໂຊກດີບໍ່ມີຜູ້ເສຍຊີວິດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply