ບານເຕະລາວລີກ 2 ເລີ່ມແຂ່ງຂັນທ້າຍເດືອນນີ້

ບານເຕະລາວລີກ 2 ເລີ່ມແຂ່ງຂັນທ້າຍເດືອນນີ້

ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປິ 2020 ຈະເລີ່ມເປີດສະໜາມແຂ່ງຂັນ ໃນວັນທີ 25 ກໍ​ລະ​ກົດ 2020, ຊຶ່ງຈະນໍາໃຊ້ 3 ສະໜາມແຂ່ງຂັນ ຄື: ສະໜາມກິລາແຫ່ງຊາດຫຼັກ 16, ສະໜາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສະໜາມ 1 ແລະ ສະໜາມຫຍ້າທຽມ ສຕລ ສະໜາມ 2.

ສຕລ ໄດ້ແຈ້ງໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ, ການແຂ່ງຂັນຄັ້ງນີ້ ມີທັງຫມົດ 14 ທີມເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 2 ກຸ່ມ (ກຸ່ມລະ 7 ທີມ), ຊຶ່ງ ກຸ່ມ ເອ ປະກອບມີ: ວຽງຈັນ ຢູໄນເຕັດ, ເຄພີເອັສ ເອັຟຊີ, ກອງທັບ ເອັຟຊີ, ກາຣູດາ 369 ເອັຟຊີ, ເຮັສບີທີ 941 ເອັຟຊີ, ແຄນລາວ ຢູໄນເຕັດ ແລະ ນະຄອນຫລວງ ເອັຟຊີ. ກຸ່ມ ບີ ປະກອບມີ; ເມືອງຫາດຢູໄນເຕັດ, ວິທະຍາໄລ ລາວ-ທ໋ອບ ເອັຟຊີ, ວິທະຍາໄລ ເຄວສ ຢູໄນເຕັດ, ບີແກນ ຢູໄນເຕັດ, ເອັສທີທີ ເອັຟຊີ, ທຣີນີຕີ ເອັຟຊີ ແລະ ເອັສຊີອີ ຢູໄນເຕັດ.

ການແຂ່ງຂັນຮອບແບ່ງກຸ່ມແມ່ນແຂ່ງຂັນ ແບບພົບກັນຫມົດ, ທີມທີ່ໄດ້ອັນດັບ 1-2 ຂອງທັງ 2 ກຸ່ມ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບຮອງຊະນະເລີດແລະ ຮອບຮອງຊະນະເລີດ ແມ່ນແຂ່ງຂັນ 2 ນັດໄປ-ກັບ (Championship Format). ສ່ວນການແຂ່ງຂັນຊີງອັນດັບທີ 3 ແລະ ຊີງຊະນະເລີດແມ່ນແຂ່ງຂັນແບບນັດດຽວ.

ສໍາລັບ ທີມທີ່ໄດ້ຮັບລາງວັນຊະນະເລີດ ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປີ 2020 ແມ່ນຈະໄດ້ສິດເລື່ອນຊັ້ນເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ປະຈຳປີ 2021.

ຂ່າວ: ວຽງຈັນທາຍ

ຮູບ: ກອງທັບ

Related Articles

Leave a Reply