ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ແຈ້ງໃຫ້ຮູ້ມື້ເຊົ້ານີ້ ວັນທີ 19 ກໍລະກົດໃຫ້ຮູ້ວ່າ: ລັດຖະບານແຫ່ງ ສປປ ລາວ ຍັງເພີ່ມມາດຕະການເຝົ້າລະວັງພະຍາດໂຄວິດ-19 ຢ່າງເຂັ້ນງວດ, ເຖິງແມ່ນວ່າເປັນເວລາ 98 ວັນແລ້ວທີ່ບໍ່ພົບເຊື້ອພະຍາດດັ່ງກ່າວ ແຕ່ຫຼາຍປະເທດໃນໂລກຍັງໜ້າເປັນຫ່ວງ ໂດຍສະເພາະຢູ່ຂົງເຂດອາຊີ ແລະ ໃນບັນດາກຸ່ມປະເທດອາຊຽນ ທີ່ຢູ່ອ້ອມຂ້າງ ສປປ ລາວ ຍັງມີການລະບາດຂອງພະຍາດນີ້ຢູ່.
ຮອດ 5 ໂມງແລງ ຂອງວັນທີ 18 ກໍລະກົດ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆຢູ່ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.500 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 18 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 260 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 197 ຄົນ, ແຮງງານຈີນ 35 ຄົນ, ແຮງງານຫວຽດນາມ 6 ຄົນ, ຄົນທົ່ວໄປ 22 ຄົນ, ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ.
ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 17 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 22.981 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (98 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).
ຄະນະສະເພາະກິດແຈ້ງໃຫ້ຮູ້ຕື່ມວ່າ: ສະພາບການລະບາດຂອງພະຍາດ COVID-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ ມາຮອດວັນທີ 19 ກໍລະກົດ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ) ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 14.407.584 (233.209ໃໝ່), ເສຍຊິວິດ 604.102 (5.683 ໃໝ່) ປີ່ນປົວຫາຍດີ 8.585.953 (168.028 ໃໝ່).
ຢູ່ຂົງເຂດອາຊີ ຂອງພວກເຮົາ ກໍ່ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 37.407 ຄົນ.
ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 18 ກໍລະກົດ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 210.804 ຄົນ ແລະ ເສຍຊີວິດ 6.005 ຄົນ.
ຂ່າວ: ວຽງຈັນທາຍ

