ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ເລີ່ມໂຄງການທົດລອງເພື່ອສະໜັບສະໜູນ ຊາວກະສິກອນຢູ່ແຂວງພາກເໜືອ ເພື່ອຜະລິດນົມງົວ-ຄວາຍ.
ໂຄງການດັ່ງກ່າວມີເປົ້າໝາຍປັບປຸງໂພຊະນາການສໍາລັບເດັກນ້ອຍຢູ່ພາກເໜືອ ເຊິ່ງໄດ້ຮັບການສະໜັບສະໜູນເງິນກູ້ 22,5 ລ້ານໂດລາສະຫະລັດ ຈາກທະນາຄານໂລກ.
ໂຄງການນີ້ ແມ່ນດໍາເນີນໄປແຕ່ປີ 2020-2024 ເພື່ອສົ່ງເສີມໃຫ້ເດັກນ້ອຍທີ່ມີອາຍຸ 12 ເດືອນຂຶ້ນໄປໄດ້ຮັບທາດໂປຼຕີນຈາກນົມໃຫ້ພຽງພໍເພື່ອພັດທະນາສຸຂະພາບໃຫ້ແຂງແຮງ.
ອີງຕາມຂໍ້ມູນຈາກ ທລຍ, ອັດຕາການຂາດສານອາຫານຍັງສືບຕໍ່ສູງຄື: ປະຊາກອນລາວປະມານ 19% ແມ່ນຂາດສານອາຫານ ແລະ 33% ຂອງເດັກນ້ອຍອາຍຸຕ່ຳ ກວ່າ 5 ປີແມ່ນຂາດສານອາຫານ.
ໂຄງການດັ່ງກ່າວຈະຖືກປະຕິບັດໃນ 12 ເມືອງເປົ້າໝາຍ ຢູ່ແຂວງຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ.
ຂ່າວ: ວຽງຈັນທາຍ
ຮູບ: ປະກອບ

