ໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ສໍາເລັດ 100%

ໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ສໍາເລັດ 100%

ໂຄງການກໍ່ສ້າງ ຫໍຫຼັກເມືອງ ແຂວງໄຊສົມບູນ (ຕັ້ງຢູ່ເມືອງອະນຸວົງ) ໄດ້ລົງມືກໍ່ສ້າງແຕ່ຕົ້ນປີ 2016 ມາຮອດປະຈຸບັນ ສໍາເລັດ ແລ້ວ 100% ໂດຍໃຊ້ເວລາການກໍ່ສ້າງຕົວຈິງ 55 ເດືອນ.

ຫໍຫຼັກເມືອງແຫ່ງນີ້ ຈະກາຍເປັນສະຖານທີ່ສັກສິດ ແລະ ສັກກາລະບູຊາ, ທັງເປັນສະຖານທີ່ທ່ອງທ່ຽວ ທີ່ສວຍງາມທາງດ້ານວັດທະນະທຳ ແລະ ສະຖາປັດຕະຍະກຳ ທີ່ເປັນເອກະລັກຂອງແຂວງ, ເປັນສູນລວມທາງດ້ານຈິດໃຈ ທັງເປັນມູນມໍລະດົກທີ່ສຳຄັນ ແລະ ມິ່ງຂວັນ ຂອງຊາວແຂວງໄຊສົມບູນ.

ຄະນະກຳມະການຮັບຜິດຊອບຕິດຕາມ, ກວດກາ ແລະ ຄຸ້ມຄອງ ໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ໄດ້ລົງຕິດຕາມກວດກາ ໃນວັນທີ 21 ກໍລະກົດທີ່ຜ່ານມາ ກ່ຽວກັບກວດສອບໜ້າວຽກດ້ານຕ່າງໆ ຫຼັງສຳເລັດການກໍ່ສ້າງ. ຫໍຫຼັກເມືອງ ປະກອບມີ 2 ຊັ້ນ, ກວ້າງ 31 ແມັດ x 31 ແມັດ, ສູງ 25 ແມັດ ຈາກລະດັບໜ້າດິນ, ເປັນໂຄງສ້າງປະກອບເບຕົງເສີມເຫຼັກທັງໝົດ, ຫຼັງຄາມຸງດ້ວຍດິນຂໍ-ໂຄງເຫຼັກ 3 ຊັ້ນ, ພື້ນປູດ້ວຍກະໂລຫິນເຜົາ, ມີລະບົບລະບາຍນໍ້າອອກ, ລະບົບໄຟຟ້າ, ລະບົບກະຈາຍສຽງ, ຮູບຊົງອາຄານເປັນເອກະລັກຊົງລາວ, ຕົບແຕ່ງລວດລາຍທັງພາຍໃນ ແລະ ນອກອາຄານ, ມີແຜນຜັງທາງດ້ານສະຖາປັດຕະຍະກຳ ແລະ ເຕັກນິກໂຄງສ້າງ ຢ່າງລະອຽດ.

ສໍາລັບ ໂຄງການກໍ່ສ້າງຫໍຫຼັກເມືອງນີ້ ແມ່ນບໍລິສັດ ພັດທະນາພູເບ້ຍ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ ທັງໝົດ ຈຳນວນ 25 ຕື້ກວ່າກີບ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply