ເປີດກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V

ເປີດກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V

ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ເນັ້ນໃຫ້ ສະຫະພັນແມ່ຍິງ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດເຮັດວຽກຕ້ອງ​ມີ​ແຜນການ, ມີ​ຈຸດ​ສຸມ ແລະ ມີ​ການ​ຕິດຕາມ​ກວດກາ ແລະ ອື່ນໆ.

ສະຫະພັນ​ແມ່ຍິງ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ  (ອອປສ) ໄດ້ເປີດກອງ​ປະຊຸມ​​ໃຫຍ່​ຄັ້ງທີ V ຂອງ​ ອອປສ ມື້ວານນີ້ ວັນທີ 23 ກໍລະກົດ ທີ່​ສູນ​ການ​ຮ່ວມ​ມື​ສາກົນ ແລະ ການ​ຝຶກ​ອົບຮົມ (ICTC), ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ນາງ ພອນ​ເພັດ  ອຸ່ນ​ແກ້ວ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ປະທານ​ສະຫະ ພັນ​ແມ່ຍິງ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ.

ກອງ​ປະຊຸມ​ດັ່ງກ່າວໄດ້​ພິຈາລະນາຄົ້ນຄວ້າ ແລະ ຮັບຮອງ​ເອົາບົດ​ລາຍ​ງານ​ການ ເມືອງ​ຂອງ​ຄະນະ​ບໍລິຫານ​ງານ​ສະຫະພັນ​ແມ່ຍິງ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຄັ້ງ​ທີ V ແລະ ທິດ​ທາງ​ແຜນການ 5 ປີ​ຕໍ່ໜ້າ 2020-2024.

ສະຫາຍ ນາງ ບົວ​ຈັນ ສີ​ຫາ​ນາດ ໄດ້​ກ່າວທີ່ກອງປະຊຸມ ໂດຍທ່ານໄດ້ເນັ້ນ​ຫຼາຍ​ບັນຫາ​ທີ່​ສຳຄັນ ໃຫ້ ​ອອປສ ເອົາໃຈໃສ່​ຕື່ມ​ເປັນຕົ້ນ​ຕ້ອງ​ໄດ້ ເພີ່ມ​ທະວີ​ການ​ສຶກສາອົບ ຮົມ​ການ​ເມືອງ​-​ແນວ​ຄິດໃຫ້​ສະມາຊິກ​ສະຫະພັນ​ແມ່ຍິງ ແລະ ພະນັກ​ງານ​-​ລັດຖະກອນ​ ໃນ​ຂອບ​ເຂດ​ຄວາມຮັບຜິດ ຊອບ​ຂອງ​ຕົນຢ່າງເປັນປົກ ກະຕິ, ສະມາຊິກ​ສະຫະພັນ​ແມ່ຍິງ​ທຸກ​ສະຫາຍຕ້ອງ​ຕັ້ງ ໜ້າ​ຝຶກ​ຝົນ​ຫຼໍ່ຫຼອມ​ຕົນ​ເອງ​ຢ່າງຮອບດ້ານ ດ້ວຍ​ວິທີ​ການ​ຊອກ​ຮູ້​ຮໍ່າ​ຮຽນ​ຈາກ​ປະສົບການ​ ຕົວ​ຈິງ ແລະ ຮຽນ​ຈາກ​ສະ​ຖາ​ບັນ​ຕ່າງໆ.

ສະຫາຍ ນາງ ບົວ​ຈັນ ໄດ້ກ່າວຕື່ມວ່າ: ສະຫະພັນ​ແມ່ຍິງທຸກ​ສະຫາຍ ຕ້ອງ​ເປັນເຈົ້າ​ການ​​ໃນ​ການ ຜັນຂະຫຍາຍ​ເນື້ອ​ໃນ​ແຜນ ການເຄື່ອນໄຫວ​ວຽກ​ງານ​ຂອງ​ສະຫະພັນ​ແມ່ຍິງ​ເຂົ້າ​ສູ່​ການ​ປະຕິບັດ​ຕົວ​ຈິງ​ໃນ​ຂົງເຂດ​ວຽກ​ງານ​ທີ່​ຕົນ​ຮັບຜິດຊອບ​ໃຫ້​ມີ​ຜົນສຳເລັດ, ເປັນ​ເຈົ້າ​ການຈັດຕັ້ງ​ປະຕິບັດ​ເນື້ອ​ໃນຂໍ້​ແຂ່ງຂັນ 3 ດີ ຕິດ​ພັນ​ກັບ​ຂະ ບວນ​ການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ແລະ ການຈັດຕັ້ງ​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ມີ 4 ຮັບປະກັນ ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ຂ່າວ-ພາບ: ອອປສ

Related Articles

Leave a Reply