ວັນຜະດຸງຄັນສາກົນ ປີ 2020 ພາຍໃຕ້ຄໍາຂວັນ “ຜະດຸງຄັນ ປົກປ້ອງແມ່ ແລະເດັກ ໃນໄລຍະການລະບາດ COVID-19”

ວັນຜະດຸງຄັນສາກົນ ປີ 2020 ພາຍໃຕ້ຄໍາຂວັນ “ຜະດຸງຄັນ ປົກປ້ອງແມ່ ແລະເດັກ ໃນໄລຍະການລະບາດ COVID-19”

ສະມາຄົມນັກຜະດຸງຄັນ ແຫ່ງສປປ ລາວ ຮ່ວມມືກັບ ພະແນກສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ຈັດງານສະເຫຼີມສະຫຼອງວັນຜະດຸງຄັນສາກົນ ປະຈຳປີ 2020, ພາຍໃຕ້ຄໍາຂວັນ“ຜະດຸງຄັນ ປົກປ້ອງແມ່ ແລະເດັກ ໃນໄລຍະການລະບາດ COVID-19” ໂດຍການສະໜັບສະໜຸນ ຂອງອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ (UNFPA).

ໃນປີນີ້ ໄດ້ຈັດຂຶ້ນ 2 ມື້ ຄື: ກຸ່ມນັກຜະດຸງຄັນໃນ ສປປ ລາວ ໄດ້ເລືອກສະເຫຼີມສະຫຼອງ ວັນທີ 23ກໍລະກົດ ທີ່ໂຮງໝໍແມ່ ແລະ ເດັກ, ຊຶ່ງໃນງານດັ່ງກ່າວ ໄດ້ເປີດໂອກາດໃຫ້ຜູ້ທີ່ຖືພາ ແລະ ຜູ້ຍິງທີ່ຢູ່ໃນໄວຈະເລີນພັນ ໄດ້ເຂົ້າຮ່ວມຮຽນຮູ້ດ້ານສຸຂະສຶກສາ ເພື່ອຮັບຄວາມຮູ້ໃນການປ້ອງກັນພະຍາດ COVID -19 ທີ່ຖືກຕ້ອງ, ຄວາມສຳຄັນໃນການສືບຕໍ່ເຂົ້າຮັບບໍລິການສຸຂະພາບ ເລື່ອງຄວາມສ່ຽງທີ່ກ່ຽວຂ້ອງກັບການຖືພາ, ພ້ອມທັ້ງໃຫ້ຄວາມຮູ້ທີ່ຈຳເປັນເຊັ່ນ ການໃຫ້ນົມລູກ ແລະ ໂພຊະນາການໃນໄລຍະຖືພາ ແລະ ອື່ນໆ.

ສໍາລັບມື້ທີ່ສອງໃນວັນທີ 24 ກໍລະກົດ ທີ່ໂຮງແຮມດອນຈັນ ພາເລດ ໂດຍມີຜູ້ເຂົ້າຮ່ວມງານທັ້ງໝົດ 70 ຄົນ, ມີນັກຜະດຸງຄັນຈາກແຂວງຕ່າງໆ, ອາຈານຜະດຸງຄັນ, ຜູ້ອອກນະໂຍບາຍ, ຜູ້ສະໜັບສະໜຸນ ແລະ ຜູ້ເຂົ້າຮ່ວມງານ ຜ່ານທາງວີດິໂອອອນລາຍນ໌ ຊູມ (Zoom), ຊຶ່ງໃນງານ ແມ່ນໄດ້ມີການຈັດສະແດງແນວທາງປະຕິບັດຂອງການຜະດຸງຄັນ ໃນໄລຍະຖືພາ, ການເກີດ ແລະ ຫຼັງເກີດ ລວມໄປເຖິງການດູແລເດັກເກີດໃໝ່ ເພື່ອປົກປ້ອງສຸຂະພາບຂອງແມ່ ແລະເດັກ ພາຍໃຕ້ສະຖານະການດ້ານສຸຂະພາບ ໃນໄລຍະການແຜ່ລະບາດຂອງ COVID-19.

ວັນທີ 5 ພຶດສະພາ ແມ່ນເປັນວັນຜະດຸງຄັນສາກົນ, ນັກຜະດຸງຄັນທົ່ວໂລກກໍ່ໄດ້ມີການສະເຫຼີມສະຫຼອງເຖິງຜົນສຳເລັດ ແລະ ການມີສ່ວນຮ່ວມໃນການພັດທະນາວຽກງານສຸຂະພາບທາງເພດ ແລະ ຈະເລີນພັນ, ແມ່ຍິງ ແລະ ເດັກນ້ອຍເກີດໃໝ່, ພາຍໃຕ້ຄໍາຂວັນ “ຜະດຸງຄັນ ປົກປ້ອງແມ່ ແລະ ເດັກ ໃນໄລຍະການລະບາດ COVID-19” ຊຶ່ງເປັນຈຸດມຸ່ງໝາຍໃນການສ້າງຄວາມເປັນນ້ຳໜຶ່ງໃຈດຽວກັນໃນກຸ່ມນັກຜະດຸງຄັນ ໃນການປະເຊີນກັບການລະບາດຢ່າງຕໍ່ເນື່ອງຂອງ COVID -19 ເພື່ອປົກປັກຮັກສາສຸຂະພາບທາງເພດ ແລະ ຈະເລີນພັນແກ່ແມ່ຍິງ ພ້ອມກັນກັບສຸຂະພາບຂອງເດັກນ້ອຍ ໃນທົ່ວໂລກ ແລະ ໃນປະເທດລາວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply