ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປິ 2020 ຈະເລີ່ມເປີດສະໜາມແຂ່ງຂັນ ໃນວັນທີ 25 ກໍລະກົດ 2020, ຊຶ່ງແຂ່ງຂັນທຸກໆ ວັນເສົາ ແລະ ວັນອາທິດໂດຍເປີດໃຫ້ ເຂົ້າຊົມຟຣີ ຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16, ສະໜາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສະໜາມ 1 ແລະ ສະໜາມຫຍ້າທຽມ ສຕລ ສະໜາມ 2.
ສຕລ ໄດ້ແຈ້ງໃຫ້ຮູ້ວ່າ :ການແຂ່ງຂັນອາທິດທໍາອິດ ວັນທີ 25 ກໍລະກົດ 2020, ມີການແຂ່ງຂັນ 3 ຄູ່ ຄື: ເວລາ 09: 00, ເຮັສບີທີ 941 ເອັຟຊີ ພົບ ກະຣູດາ 369 ເອັຟຊີ ຢູ່ສະໜາມຫຍ້າທຽມ ສຕລ ສະໜາມ 2 ( ຖ່າຍທອດສົດ Mycujoo ), ເວລາ 16:00 ແຄນລາວ ຢູໄນເຕັດ ພົບ ນະຄອນຫລວງ ເອັຟຊີ ຢູ່ສະໜາມຫຍ້າທຽມ ສຕລ ສະໜາມ 1 ແລະ ເວລາດຽວກັນ ກອງທັບ ເອັຟຊີ ພົບ ວຽງຈັນ ຢູໄນເຕັດ ຢູ່ສະໜາມຫຍ້າທຽມ ສຕລ ສະໜາມ 2.
ສໍາລັບ ວັນທີ 26 ເດືອນກໍລະກົດ 2020 ມີການແຂ່ງຂັນ 3 ຄູ່, ແຂ່ງເວລາດຽວກັນ 16: 00 ຄື: ເອັສທີທີ ເອັຟຊີ ພົບ ສະໂມສອນ ບີແກນ ຢູໄນເຕັດ ຢູ່ສະໜາມຫຍ້າທຽມ ສຕລ ສະໜາມ 1, ທຣີນີຕີ ເອັຟຊີ ພົບ ເອັສຊີອີ ຢູໄນເຕັດ ຢູ່ສະໜາມຫຍ້າທຽມ ສຕລ ສະໜາມ 2 ແລະ ເຄວສ ຢູໄນເຕັດ ພົບ ເມືອງຫາດ ຢູໄນເຕັດ ຢູ່ສະຫນາມກິລາແຫ່ງຊາດຫຼັກ16.
ສໍາລັບ ການແຂ່ງຂັນຮອບແບ່ງກຸ່ມແມ່ນແຂ່ງຂັນ ແບບພົບກັນຫມົດ, ທີມທີ່ໄດ້ອັນດັບ 1-2 ຂອງທັງ 2 ກຸ່ມ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ຮອບຮອງຊະນະເລີດແມ່ນແຂ່ງຂັນ 2 ນັດໄປ-ກັບ (Championship Format). ສ່ວນການແຂ່ງຂັນຊີງອັນດັບທີ 3 ແລະ ຊີງຊະນະເລີດແມ່ນແຂ່ງຂັນແບບນັດດຽວ.
ການແຂ່ງຂັນຄັ້ງນີ້ ມີທັງຫມົດ 14 ທີມເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 2 ກຸ່ມ (ກຸ່ມລະ 7 ທີມ), ຊຶ່ງ ກຸ່ມ ເອ ປະກອບມີ: ວຽງຈັນ ຢູໄນເຕັດ, ເຄພີເອັສ ເອັຟຊີ, ກອງທັບ ເອັຟຊີ, ກາຣູດາ 369 ເອັຟຊີ, ເຮັສບີທີ 941 ເອັຟຊີ, ແຄນລາວ ຢູໄນເຕັດ
ແລະ ນະຄອນຫລວງ ເອັຟຊີ. ກຸ່ມ ບີ ປະກອບມີ; ເມືອງຫາດຢູໄນເຕັດ, ວິທະຍາໄລ ລາວ-ທ໋ອບ ເອັຟຊີ, ວິທະຍາໄລ ເຄວສ ຢູໄນເຕັດ, ບີແກນ ຢູໄນເຕັດ, ເອັສທີທີ ເອັຟຊີ, ທຣີນີຕີ ເອັຟຊີ ແລະ ເອັສຊີອີ ຢູໄນເຕັດ.
ຂ່າວ: ວຽງຈັນທາຍ
ຮູບ: ສັງຄົມໄຊ

