ພະແນກແຜນການ ແລະ ການລົງທຶນ ແຂວງຄໍາມ່ວນໄດ້ຈັດກອງປະຊຸມ ເຜີຍແຜ່ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເມື່ອບໍ່ດົນມານີ້ທີ່ ຫ້ອງວ່າການປົກຄອງແຂວງຄໍາມ່ວນໃຫ້ແກ່ພະນັກງານຫຼັກແຫຼ່ງຜະແນກແຜນ ການ ແລະ ການລົງທຶນແຂວງ ແລະ ພະນັກງານຫ້ອງການແຜນການ ແລະ ການລົງທຶນ 10 ຕົວເມືອງອ້ອມຂ້າງແຂວງ.
ຈຸດປະສົງຂອງປະຊຸມດັ່ງກ່າວ ເພື່ອເລັ່ງແກ້ໄຂ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນຂະແໜງການແຜນການ ແລະ ການລົງທຶນ, ຮັກສາໄດ້ຈັນຍາບັນ–ຈັນຍາທຳ ແລະ ນໍ້າໃຈ ຮັກຊາດຮັບໃຊ້ປະຊາຊົນ, ຍົກ ສູງບົດບາດ ແລະ ຄວາມສາ ມາດຂອງຕົນເພື່ອຮັບປະກັນໃຫ້ພະນັກງານ – ລັດຖະກອນ ແລະ ການຈັດຕັ້ງຕ່າງໆ ຂອງຂະແໜງແຜນການ ແລະ ການລົງທຶນ ມີຄວາມໂປ່ງໃສ, ໜັກແໜ້ນ, ເຂັ້ມແຂງ ແລະ ເຂັ້ມ ງວດ ໃນການປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຕ່າງໆ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ກ່ຽວກັບຄວາມຮູ້ຟື້ນຖານດ້ານວຽກງານ ຍຸດທະສາດ ຕ້ານການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ, ລາຍຮັັບ- ລາຍຈ່າຍ ຂອງພະນັກງານ- ລັດຖະກອນ, ທັດສະນະຂອງ ພັກ ແລະ ນະໂຍບາຍຂອງລັດ ກ່ຽວກັບວຽກງານກວດກາລັດ ແລະ ສະກັດກັ້ນຕ້ານການສໍ້ລາດບັງຫຼວງ, ຂໍ້ຕົກລົງຂອງກະຊວງແຜນການ ແລະ ການລົງທຶນ ວ່າດ້ວຍໜ້າທີ່ຂອງຂະ ແໜງກວດກາ, ຂໍ້ຫ້າມ ແລະ ວິໄນຂອງພະນັກງານ–ລັດຖະກອນຂອງຂະແໜງແຜນການ ແລະ ການລົງທຶນ, ຄວາມເປັນແບບ ຢ່າງຂອງພະນັກງານ–ລັດຖະ ກອນ, ການສະກັດກັ້ນພະຍາດອາຍາສິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນທົ່ວຂະແໜງການ, ແນໃສ່ເພີ່ມຄວາມສັກສິດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະ ບຽບການຢ່າງເຂັ້ມງວດ, ເພື່ອ ຄຸ້ມຄອງ, ປ້ອງກັນພະນັກງານ–ລັດຖະກອນໃຫ້ມີລະບຽບວິໄນຢ່າງເຂັ້ມງວດ ແລະ ອື່ນໆ.
ຂ່າວ-ພາບ: ກອງຄຳ

