ເສຍຊິວິດ ເພີ່ມອີກ 1 ຄົນ ຍ້ອນໄຂ້ຍຸງລາຍ

ເສຍຊິວິດ ເພີ່ມອີກ 1 ຄົນ ຍ້ອນໄຂ້ຍຸງລາຍ

ມາຮອດປະຈຸບັນ, ມີກໍລະນີຜູ້ເສຍຊິວິດຍ້ອນພະຍາດໄຂ້ຍຸງລາຍສະສົມແລ້ວ 9 ຄົນ, ໃນນັ້ນ ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ໃນວັນທີ 26 ກໍລະກົດ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານວ່າ: ນັບແຕ່ທ້າຍປີ 2019 ມາຮອດປັດຈຸບັນ, ມີຜູ້ຕິດເຊື້ອໄຂ້ຍຸງເພີ່ມຂຶ້ນທັງໝົດ 3.799 ກໍລະນີແລ້ວ, ຊຶ່ງມີຜູ້ເສຍຊີວິດລວມແລ້ວ 9 ຄົນ, ຢູ່ນະຄອນຫຼວງວຽງຈັນ 04 ຄົນ, ແຂວງ ບໍລິຄໍາໄຊ 02 ຄົນ, ໄຊຍະບູລີ 01 ຄົນ, ຄຳມ່ວນ 01ຄົນ ແລະ ຊຽງຂວາງ 01 ຄົນ.

ໂດຍສະເພາະ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 821 ກໍລະນີ, ແຂວງ ບໍລິຄໍາໄຊ 475 ກໍລະນີ,  ວຽງຈັນ 421 ກໍລະນີ, ອັດຕະປື 364, ສະຫວັນນະເຂດ 361ກໍລະນີ, ຄຳມ່ວນ 248 ກໍລະນີ ແລະ ແຂວງອື່ນໆ.

ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີການແຜ່ລະບາດແຜ່ລາມ ເປັນວົງກວ້າງ ແລະ ບໍ່ໃຫ້ມີກໍລະນີໃໝ່ນັ້ນ ທຸກຄົນຄວນ ພ້ອມກັນປ້ອງກັນ ບໍ່ໃຫ້ຍຸງລາຍກັດ ໄປຄຽງຄູ່ກັບການປະຕິບັດຫລັກການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກເປັນປະຈຳ ໂດຍສະເພາະທຳລາຍ ແຫລ່ງເພາະພັນໜອນນ້ຳຍຸງລາຍ ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply