ການເຄື່ອນຍ້າຍຮູບປັ້ນພະເຈົ້າໄຊຍະເຊດຖາທິລາດຈະແວ່ພັກຄ້າງຄືນ ເພື່ອເຮັດພິທີທາງສາສະໜາ ຢູ່ 4 ແຂວງ ກ່ອນຮອດແຂວງອັດຕະປື

ການເຄື່ອນຍ້າຍຮູບປັ້ນພະເຈົ້າໄຊຍະເຊດຖາທິລາດຈະແວ່ພັກຄ້າງຄືນ ເພື່ອເຮັດພິທີທາງສາສະໜາ ຢູ່ 4 ແຂວງ ກ່ອນຮອດແຂວງອັດຕະປື

ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ຊີ້ນຳວຽກງານວັດທະນະທຳ ໄດ້ເປັນຜູ້ນໍາພາຂະບວນແຫ່ເຄື່ອນຍ້າຍຮູບປັ້ນພະເຈົ້າໄຊຍະເຊດຖາທິລາດ, ຊ້າງ ແລະ ພະພຸດທະຮູບຈໍານວນໜຶ່ງ ອອກຈາກນະຄອນຫລວງວຽງຈັນມື້ເຊົ້ານີ້ ວັນທີ 27 ກໍລະກົດ ເວລາ 7 ໂມງ 30 ເພື່ອໄປປະດິດສະຖານໄວ້ທີ່ອະນຸສາວະລີ ພະເຈົ້າໄຊເຊດຖາທິລາດ ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປືພ້ອມບຳເພັນກຸສົນ ຊຶ່ງຈະແວ່ພັກຄ້າງຄືນເພື່ອເຮັດພິທີທາງສາສະໜາຢູ່ 4 ແຂວງ.

ແລງຂອງມື້ນີ້ຂະບວນດັ່ງກ່າວຈະແວ່ພັກຄ້າງຄືນ ເພື່ອເຮັດພິທີທາງສາສະໜາ, ຮັບບໍລິຈາກຈາກມວນຊົນຊາວແຂວງບໍລິຄຳໄຊ.

ອີງຕາມແຜນໃນການເຄື່ອນຍ້າຍຮູບປັ້ນດັ່ງກ່າວ ແມ່ນອອກຈາກນະຄອຍຫຼວງວຽງຈັນວັນທີ 27 ກໍລະກົດ ແລະ ຈະໄປຮອດ ແຂວງອັດຕະປືໃນວັນທີ 31 ກໍລະກົດ.

ຊຶ່ງລວມເປັນເວລາ 5 ມື້ໃນການເຄື່ອນຍ້າຍ ແລະ ຈະມີການແວ່ພັກຄ້າງຄືນ ເພື່ອເຮັດພິທີທາງສາສະໜາ ຢູ່ແຂວງບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ ແລະ ມຶ້ສຸດທ້າຍຂອງພິທີທາງສາສະໜາຈະຈັດຢູ່ແຂວງອັດຕະປືໂດຍຈະມີການຍົກຂຶ້ນພະແທ່ນປະດິດສະຖານໄວ້ທີ່ອະນຸສາວະລີ ພະເຈົ້າໄຊເຊດຖາທິລາດ.

ຂ່າວ: ວຽງຈັນທາຍ

ພາບ: ຈັນທະວົງ

Related Articles

Leave a Reply