ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ.ຈີນ ຮ່ວມມືກັນພັດທະນາຊັບພະຍາກອນມະນຸດ ໂດຍສະເພາະໃນການສົ່ງເສີມນັກສຶກສາລາວຮຽນຮູ້ພາສາຈີນໃຫ້ຫຼາຍຂຶ້ນເພື່ອຮອງຮັບບັນດາໂຄງການຕ່າງໆຂອງຈີນ ຢູ່ລາວ ໂດຍສະເພາະໂຄງການລົດໄຟລາວ-ຈີນ, ທາງດ່ວນວຽງຈັນ-ວັງວຽງ ແລະ ໂຄງການອື່ນໆ ໂດຍການເປີດການຮຽນການສອນພາສາຈີນ ຢູ່ ແຂວງວຽງຈັນ.
ສະຖາບັນຂົງຈືທີ່ມະຫາວິທະຍາໄລແຫ່ງຊາດໄດ້ທໍາການເປີດປ້າຍຫ້ອງຮຽນຂົງຈື ຫຼື ເປີດຫ້ອງຮຽນພາສາຈີນ ທີ່ໂຮງຮຽນສາມັນກິນນອນຊົນເຜົ່າວັງວຽງ ແຂວງວຽງຈັນ ເມື່ອບໍ່ດົນມານີ້, ຊຶ່ງສະຖາຖາບັນຂົງຈື ແມ່ນຜົນສໍາເລັດຂອງການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດ ລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ.ຈີນ ພາຍໃຕ້ການສະໜັບສະໜູນຈາກສະຖາບັນຂົງຈືສໍານັກງານໃຫຍ່.
ທ່ານ ມາຫົງຫວ້າງ ເລຂາໜ່ວຍພັກບໍລິສັດຮ່ວມພັດທະນາທາງດ່ວນລາວ-ຈີນ ຈໍາກັດ ໄດ້ກ່າວໃນພິທີເປີດ ປ້າຍຫ້ອງຮຽນດັ່ງກ່າວໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ການເປີດຫ້ອງຮຽນຂົງຈືທີ່ໂຮງຮຽນສາມັນກິນນອນຊົນເຜົ່າວັງວຽງກໍແມ່ນການສ້າງໂອກາດໃຫ້ນ້ອງໆນັກຮຽນໄດ້ມີໂອກາດທີ່ດີໃນອານາຄົດ. ທາງດ່ວນວຽງຈັນ-ວັງວຽງຈະສ້າງສໍາເລັດ ແລະ ຈະເປີດບໍລິການນໍາໃຊ້ໃນທ້າຍປີນີ້, ທາງດ່ວນຈາກວັງວຽງ-ຫຼວງພະບາງກໍຈະສ້າງສໍາເລັດໃນ 4-5 ປີຕໍ່ໜ້າ, ສະນັ້ນມັນຮຽກຮ້ອງຕ້ອງການພະນັກງານໃນຫຼາຍຕໍາແໜ່ງງານທີ່ຕ້ອງການບຸກຄະລາກອນທີ່ຮູ້ພາສາຈີນ, ສະນັ້ນ ຫວັງຢ່າງຍິ່ງວ່າອີກ 4-5 ປີຂ້າງໜ້ານ້ອງໆນັກຮຽນເມື່ອຮຽນຈົບກໍ່ຈະໄດ້ເຮັດວຽກນໍາພວກເຮົາ.
ຂ່າວ: ວຽງຈັນທາຍ

