ຫ້ອງວ່າການແຂວງຫົວພັນໄດ້ອອກແຈ້ງການດ່ວນ ມື້ວານນີ້ວັນທີ 28 ກໍລະກົດ ເຖິງບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາເຈົ້າຂອງຮາ້ນກິນດື່ມ, ຮາ້ນບັນເທິງ, ຮາ້ນຄາຣາໂອເກະ , ຮາ້ນຂາຍເຫຼົ້າ-ເບຍທຸກຊະນິດ ແລະ ຮາ້ນຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ພາຍໃນເທດສະບານແຂວງ ແລະ 10 ຕົວເມືອງພາຍໃນແຂວງຫົວພັນວ່າ: ໃຫ້ປິດການບໍລິການໃນໄລຍະການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ7) ໃນສົກປີ 2019-2020 ທີ່ຈະໄດ້ຈັດການສອບເສັງໃນວັນທີ່ 29-30 ກໍລະກົດນີ້. ການປິດບັນດາຮ້ານດັ່ງກ່າວແມ່ນເລີ່ມແຕ່ເວລາ 13 ໂມງ 30 ຂອງວັນທີ 29 ຮອດເວລາ 24 ໂມງ 30 ຂອງວັນທີ 30 ກໍລະກົດ 2020.
ນອກນັ້ນແຈ້ງການຍັງໄດ້ລະບຸໄວ້ຕື່ມວ່າ: ຫ້າມນັກຮຽນ, ນັກສຶກສາຕັ້ງກຸ່ມເພື່ອຊຸມແຊວສັງສັນເຫຼົ້າ-ເບຍຕາມສະຖານທີ່ຕ່າງໆ ບໍ່ວ່າຈະຢູ່ພາຍໃນເຮືອນ ຫຼື ສະຖານທີ່ອື່ນໆ. ມອບໃຫ້ກອງບັນຊາການ ປກສ ແຂວງ ແຕ່ງຕັ້ງໜ່ວຍສະເພາະກິດອອກລາດຕະເວນຕາມສະຖານທີ່ຕ່າງໆທີ່ກ່ຽວຂ້ອງທີ່ເຫັນວ່າເປັນຈຸດຫຼໍແຫຼມ ເພື່ອຕິດຕາມຄວບຄຸມ ແລະ ປະຕິບັດລະບຽບຕໍ່ເຈົ້າຂອງຮາ້ນຜູ້ລະເມີດລະບຽບຢ່າງເຂັ້ມງວດ, ກໍລະນີພົບເຫັນນັກຮຽນ, ນັກສຶກສາຕັ້ງກຸ່ມເພື່ອຊຸມແຊວສັງສັນເຫຼົ້າ-ເບຍ ໃຫ້ສັງລວມລາຍຊື່ສົ່ງໃຫ້ພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງເພື່ອຄົ້ນຄວ້າໃນການປະຕິບັດຕາມລະບຽບກົດໝາຍຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ.
ຂ່າວ: ວຽງຈັນທາຍ

