ບໍລິສັດ ພີເອັດ ກຽມລົງທຶນ ໃນການຊອກຄົ້ນ ສຳຫລວດ ແລະ ສຶກສາຄວາມປັນໄປໄດ້ ທາງດ້ານເສດຖະກິດກ-ເຕັກນິກແຮ່ຄຳ, ແຮ່ທອງ ແລະ ແຮ່ຕິດພັນ

ບໍລິສັດ ພີເອັດ ກຽມລົງທຶນ ໃນການຊອກຄົ້ນ ສຳຫລວດ ແລະ ສຶກສາຄວາມປັນໄປໄດ້ ທາງດ້ານເສດຖະກິດກ-ເຕັກນິກແຮ່ຄຳ, ແຮ່ທອງ ແລະ ແຮ່ຕິດພັນ

ບໍລິສັດ ພີເອັດ ກໍ່ສ້າງ ແລະ ທ່ອງທ່ຽວ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ໃນການຊອກຄົ້ນ ສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກແຮ່ຄຳ, ແຮ່ທອງ ແລະ ແຮ່ຕິດພັນ ຢູ່ເຂດບ້ານທົ່ງຄູນ ຫາ ຫ້ວຍນ້ຳເຢັນ , ເມືອງອະນຸວົງ ແຂວງໄຊສົມບູນ.

ບົດບັນທຶກສະບັບນີ້ ມີອາຍຸ 24 ເດືອນ ແລະ ພາຍຫຼັງ 60 ວັນນັບແຕ່ສອງຝ່າຍລົງລາຍເຊັນເປັນຕົ້ນໄປ, ຖ້າຝ່າຍບໍລິສັດ ຍັງບໍ່ມີການເຄື່ອນໄຫວວຽກງານຕ່າງໆ ຝ່າຍອົງການປົກຄອງແຂວງ ມີສິດຍົກເລີກບົດບັນທຶກສະບັບນີ້ທັນທີ. ພ້ອມນັ້ນ ຝ່າຍບໍລິສັດກໍຕ້ອງໄດ້ປະກອບສ່ວນກອງທຶນ ພັດທະນາສັງຄົມ ຈຳນວນ 15.000 ໂດລາສະຫະລັດ ຕໍ່ປີ, ທຶນພັດທະນາທ້ອງຖິ່ນ 10.000 ໂດລາຕໍ່ປີ, ທຶນສົ່ງເສີມວິຊາການ 3.000 ໂດລາ ຕໍ່ປີ, ເງິນຕິດຕາມ ແລະ ຄຸ້ມຄອງ 4.000 ໂດລາຕໍ່ປີ, ເງິນຕິດຕາມວິຊາການ 4.000 ໂດລາສະຫະລັດ ຕໍ່ປີ ແລະ ເງິນຕິດຕາມສິ່ງແວດລ້ອມ 4.000 ໂດລາສະຫະລັດ ຕໍ່ປີ  ໃນນັ້ນ ໄລຍະປະຕິບັດບົດບັນທຶກ ສະບັບນີ້ ຝ່າຍບໍລິສັດ ຕ້ອງໄດ້ວາງເງິນຄ້ຳປະກັນ ຈຳນວນ 50.000 ໂດລາ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ສະໂມສອນເມືອງອະນຸວົງລະຫວ່າງ ທ່ານ ຈັນທະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ, ທ່ານ ບຸນທຽມ ໄຊສົງຄາມ, ຮັກສາການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທ່ານ ຄຳພູທອນ ວົງພະຈັນ ເຈົ້າເມືອງ ອະນຸວົງ ແລະ ທ່ານ ພູນໄຊ ພູມມີໄຊ ອຳນວຍການບໍລິສັດ ພີເອັດ  ກໍ່ສ້າງ ແລະ ທ່ອງທ່ຽວ ຈຳກັດຜູ້ດຽວ ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພີຍານ.

ຂ່າວ: ພຸດທະສອນ ເວດສະວົງ

 

Related Articles

Leave a Reply