ວຽກງານສື່ມວນຊົນລາວ ແມ່ນມີຄວາມ ສຳຄັນຫຼາຍໃນການການເຜີຍແຜ່ຂໍ້ມູນຂ່າວສານ ແລະ ນຳສະເໜີ ບັນຫາ ອື່ນໆ ໃນສັງຄົມ ໃຫ້ຖຶກຕ້ອງ ແລະ ຊັດເຈນ, ຕະຫຼອດໄລຍະ 70 ປິ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນ ແລະ ການພິມຈຳໜ່າຍລາວ ນັບແຕ່ 13 ສິງຫາ 1950-13 ສິງຫາ 2020.
ທ່ານ ສະຫວັນຄອນ ຣາຊະມຸນຕີ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ສໍາພາດ ກັບສື່ມວນຊົນຕອນເຊົ້າມື້ນີ້ ວ່າ: ໃນໄລະຍະ 70ປີຜ່ານມາ, ວຽກງານສື່ມວນຊົນລາວໄດ້ຮັບການພັດທະນາທາງດ້ານປະລິມານ ແລະຄຸນນະພາບ, ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ສາລະໜ້າຮູ້ຕ່າງໆ ແລະ ແນວທາງນະໂຍບາຍຂອງພັກ-ລັດ ເພື່ອຕອບສະໜອງຂໍ້ມູນທີ່ຖຶກຕ້ອງ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ທ່ານ ສະຫວັນຄອນ ໄດ້ກ່າວບາງຕອນອີກວ່າ: ສື່ມວນຊົນຍັງມີຫຼາຍຢ່າງທີ່ຕ້ອງເຮັດກ່ຽວກັບການປັບປຸງ ແລະ ພັດທະນາ, ເສີມສ້າງທັກສະໃນທຸກລະດັບເພື່ອຮັກສາມາດຕະຖານສູງດ້ານການຂ່າວ, ຄວນມີຜະລິດຕະພັນທີ່ມີສີສັນຫຼາກຫຼາຍກວ່າເກົ່າ, ຄວນນຳສະເໜີ ລາຍການ ທີ່ຫຼາກຫຼາຍກວ່າເກົ່າ, ຂ່າວທັງ ໝົດ ຄວນເປັນໜ້າສົນໃຈ ແລະ ເປັນປະໂຫຍດຕໍ່ຜູ້ອ່ານ, ໂດຍປັບປຸງສິລະປະການຂຽນ ແລະ ການນຳສະເໜີຂ່າວ, ຖ້າວ່າສາມາດບັນລຸໄດ້ສິ່ງດັ່ງກ່າວ, ສື່ມວນຊົນລາວຈະມີອະນາຄົດທີ່ເຂັ້ມແຂງ.
ຂ່າວ: ວຽງຈັນທາຍ

