ກະຊວງໄປສະນີໂທລະຄົມມະນາຄົມ ແລະ ສື່ສານແຈ້ງໃຫ້ຮູ້ວ່າ: ການຫຼິ້ນອິນເຕີເນັດ ຫຼື ສື່ສັງຄົມອອນລາຍມີທັງປະໂຫຍດ ແລະ ໂທດ ຫຼື ຖ້າຮ້າຍແຮງອາດສ່ຽງເຖິງຂັ້ນຕິດຄຸກແບບບໍ່ຮູ້ຕົວ ຖ້າປ່ອຍຂ່າວ ຫຼື ເນື້ອໃນທີ່ບໍ່ອະນຸຍາດຕາມການລະບຸໄວ້ໃນມາດຕາ 10 ຂອງດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານທາງອິນເຕີເນັດ (ດໍາລັດ 327/ລບ).
ເນື້ອໃນທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດໃນມາດຕາ 10 ປະກອບມີເນື້ອໃນທີ່ມີລັກສະນະຕົວະຍົວະ, ຫຼອກລວງ ຫຼື ຊວນເຊື່ອປະຊາຊົນທີ່ຢູ່ທັງພາຍໃນ ແລະ ຕ່າງປະເທດໃນການຕໍ່ຕ້ານພັກ ແລະ ລັດ ຫຼື ມ້າງເພສັນຕິພາບ, ຄວາມເປັນເອກະລາດອະທິປະໄຕ, ຄວາມເປັນເອກກະພາບ ແລະ ວັດທະນາຖາວອນ, ເນື້ອໃນທີ່ມີລັກສະນະຍຸຍົງ ແລະ ສົ່ງເສີມການເຄື່ອນໄຫວທີ່ເປັນການກໍ່ການຮ້າຍ, ຄາດຕະກໍາ ແລະ ປັ່ນປ່ວນຕໍ່ສັງຄົມ.
ນອກນັ້ນຫ້າມໂຄສະນາບິດເບືອນ ແລະ ປ່າວຂ່າວອະກຸສົນເພື່ອສ້າງຄວາມແບ່ງແຍກລະຫວ່າງຊົນເຜົ່າ ຫຼື ລະຫວ່າງຊາດ, ຫ້າມເຜີຍແຜ່ຮູບພາບລາມົກ, ຮູບຕັດຕໍ່ ແລະ ຮູບພາບອື່ນໆທີ່ກົດໝາຍລາວເກືອດຫ້າມ ຫຼື ແຕະຕ້ອງຮິດຄອງປະເພນີອັນດີງາມຂອງຊາດ, ເຜີຍແຜ່ຄວາມລັບຂອງຊາດ, ທາງການທະຫານ ຫຼື ຄວາມລັບດ້ານອື່ນທີ່ກໍານົດໄວ້ໃນລະບຽບກົດໝາຍຂອງປະເທດລາວ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ພາບປະກອບ

