ນາຍົກລັດຖະມົນຕີ ໄດ້ອອກດຳລັດ ວ່າດ້ວຍການແຕ່ງຕັ້ງ ທ່ານ ວັນໄຊ ຕະວິນຍານ ເປັນຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ສົມສະຫວາດ ພົງສາ ເປັນຫົວໜ້າກົມສື່ມວນຊົນ, ທ່ານ ຄຳເພົ້າ ວັນນະວົງ ເປັນຫົວໜ້າກົມຮູບເງົາ, ທ່ານ ນາງ ດາລານີ ພົມມະວົງສາ ເປັນຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ທ່ານ ຄຳສຸກ ແກ້ວວົງຊາຍ ເປັນຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ ແລະ ທ່ານ ຄຳເຜີຍ ພິລາພາ ເປັນຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ.
ນອກນັ້ນ, ລັດຖະມົນຕີ ກະຊວງ ຖວທ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ທ່ານ ບົວໄລ ພານຸວົງ ຮອງຫົວໜ້າຫ້ອງການ ເປັນຜູ້ວ່າການຫົວໜ້າຫ້ອງການ, ທ່ານ ຄຳພັນ ພົນທອງສີ ຜູ້ອຳ ນວຍການຫໍວັດທະນະທຳແຫ່ງ ຊາດ ເປັນຜູ້ວ່າການຫົວໜ້າກົມ ສິລະປະການສະແດງ, ທ່ານ ຄົມ ດວງຈັນທາ ຮອງຫົວໜ້າກົມຮ່ວມມືສາກົນ ເປັນຜູ້ວ່າການຫົວໜ້າກົມໂຄສະນາການທ່ອງທ່ຽວ, ທ່ານ ຄຳຫລ້າ ຍອຍສາຄຳ ຮອງຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ວ່າການຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ວັນສີ ຈະເລີນສຸກ ຫົວໜ້າກອງ ລະຄອນຕຸກກະຕາແຫ່ງຊາດ ເປັນຮອງຫົວໜ້າກົມສິລະປະການສະແດງ ແລະ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າພະແນກຄຸ້ມຄອງປ້າຍ ແລະ ສວນສາທາລະນະ ສັງກັດກົມວັດທະນະທຳມະຫາຊົນ ເປັນຜູ້ອຳນວຍການໂຮງຮຽນ ສິລະປະແຫ່ງຊາດ.
ພິທີປະກາດການປັບປຸງການຈັດຕັ້ງ ກະຊວງ ຖວທ ຫຼື ພິທີ ການແຕ່ງຕັ້ງ ແລະ ປະກາດຜູ້ທີ່ໄດ້ຮັບອະນຸມັດອອກພັກການ-ຮັບອຸດໜູນບຳນານດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 7 ສິງຫາ 2020 ທີ່ຜ່ານມາ ຢູ່ຫໍວັດທະນະທຳແຫ່ງຊາດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງ ຖວທ.
ສໍາລັບຜູ້ທີ່ໄດ້ຮັບອະນຸມັດອອກພັກການ-ຮັບອຸດໜູນບຳນານ ອີງຕາມດຳລັດຂອງນາຍົກລັດຖະມົນຕີໃນຄັ້ງນີ້ປະກອບມີ ທ່ານ ບຸນເລື່ອນ ບຸບຜາ ຫົວໜ້າກົມຮ່ວມມືສາກົນ, ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ, ທ່ານ ຄຳພວງ ອິນທະວົງສີ ຫົວໜ້າກົມສິລະປະການສະແດງ, ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ, ທ່ານ ດວງຈິດ ສະຫວັດບຸນມີ ຫົວໜ້າບັນນາທິການໜັງສືພິມປະ ຊາຊົນ, ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ໄມສິງ ຈັນບຸດດີ ຫົວໜ້າສະຖາບັນວິຈິດສິນແຫ່ງຊາດ, ທ່ານ ສູນທອນ ຄັນທະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ແລະ ທ່ານ ຕ່ວນ ມ່ວນຈັນ ຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດ. ພ້ອມກັນນັ້ນ, ລັດຖະມົນຕີ ກະຊວງ ຖວທ ໄດ້ອອກຂໍ້ຕົກລົງອະນຸມັດໃຫ້ ທ່ານ ບຸນມາ ເພັດສາວົງ ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ອອກພັກການ-ຮັບອຸດໜູນບຳນານ.
ຂ່າວ: ວຽງຈັນທາຍ

