ອໍານາດການປົກຄອງແຂວງບໍ່ແກ້ວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖີງພໍ່ແມ່ປະຊາຊົນ ແລະ ຊາວຄ້າຂາຍຊິ້ນໝູພາຍໃນແຂວງ ໃຫ້ຢຸດການນໍາເຂົ້າຊົ່ວຄາວໝູຊີ້ນ, ໝູພໍ່ແມ່ພັນ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູ ທຸກຊະນິດ ຈາກແຂວງຫຼວງນໍ້າທາ,ຈາກສປ ຈີນ, ສສ ຫວຽດນາມ ໂດຍຜ່ານແຂວງຫຼວງນໍ້າທາ ແລະ ປະເທດໄທ ໂດຍຜ່ານແຂວງບໍ່ແກ້ວ ຍ້ອນວ່າມີການແຜ່ລະບາດຮ້າຍແຮງຂອງພະຍາດອະຫິວາໝູອາຟຣິກາ ທີ່ ສປ ຈີນ, ສສ ຫວຽດນາມ, ປະເທດໄທ ແລະ ມຽນມາ.
ປັດຈຸບັນນີ້, ກຳລັງມີການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ແຂວງຫຼວງນໍ້າທາ, ການຢຸດການນໍາເຂົ້າໝູ ແລະ ຜະລິດຕະພັນໝູດັ່ງກ່າວນີ້ກໍ່ເພື່ອຕັດໄຟແຕ່ຕົ້ນລົມ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ.
ຂ່າວ: ວຽງຈັນທາຍ

