ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານໃຫ້ຮູ້ວ່າ: ສື່ອອນລາຍ ຫຼື ອິນເຕີເນັດ ຫາກໃຊ້ໄປໃນທາງທີ່ບໍ່ເໜາະສົມຈະມີໂທດມະຫາສານໂດຍສະເພາະ ເຮັດໃຫ້ເສຍເວລາ, ເສຍສຸຂະພາບ, ເສຍການຮຽນ, ເສຍເງິນ, ຖືກຫຼອກລວງ, ປອມແປງຂໍ້ມູນ, ຖືກລະເມີດລິຂະສິດ, ຕິດເກມ, ຕິດການຫຼິ້ນພະນັນຫວຍອອນລາຍຊຶ່ງອາດຈະເຮັດໃຫ້ເສຍເງິນ ແລະ ສ້າງຄວາມແຕກແຍກ ຫຼື ຮ້າຍແຮງໄປກວ່ານັ້ນອາດຈະຖືກປັບໃໝ ຫຼື ຕິດຄຸກແບບບໍ່ຮູ້ຕົວ.
ແຕ່ການນຳໃຊ້ສື່ສັງຄົມອອນລາຍນັ້ນຖ້າຮູ້ໃຊ້ຈະເກີດປະໂຫຍດມະຫາສານເຊັ່ນ: ເປັນການແລກປ່ຽນຄວາມຮູ້ ແລະ ຂໍ້ມູນຕ່າງໆ, ປະຢັດຄ່າໃຊ້ຈ່າຍ ແລະ ສະດວກວ່ອງໄວໃນການສື່ສານ, ສ້າງລາຍຮັບໃນການດຳເນີນທຸລະກິດ ແລະ ອື່ນໆ.
ອີງຕາມສະຖິຕິປີ 2018, ການນຳໃຊ້ສື່ສັງຄົມອອນລາຍໃນ ສປປ ລາວ ທົ່ວປະເທດມີຜູ້ໃຊ້ທັງໝົດ 2,4 ລ້ານຄົນ ໃນນັ້ນ ເພດຊາຍນຳໃຊ້ສື່ອອນລາຍກວມ 57% ແລະ ຍິງ 43% ໂດຍນຳໃຊ້ຜ່ານມືຖືກວມ 92% ແລະ ມີທ່າອຽງເພີ້ມຂື້ນ.
ຂ່າວ: ວຽງຈັນທາຍ

