ປະຊາກອນສັດປ່າ ຢູ່ໃນ ສປປ ລາວ ແມ່ນຫຼຸດລົງຢ່າງຫຼວງຫຼາຍ ເນື່ອງຈາກການລ່າ ເພື່ອດໍາລົງຊິວິດ ແລະ ການຄ້າຂາຍທີ່ຫຼາຍເກີນໄປ, ຊຶ່ງ ການສູນເສຍຂອງຊະນິດພັນສັດປ່າດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງໃຫ່ຍຫຼວງ ເຮັດໃຫ້ລະບົບນິເວດຂາດຄວາມສົມດຸນ.
ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ : ສັດປ່າແມ່ນມີຄວາມສໍາຄັນໃນຂະບວນການສຶບພັນຂອງຊະນິດພັນໄມ້ຕ່າງໆ, ໂດຍມີບົດບາດໃນການເຄື່ອນຍ້າຍແກ່ນຈາກຕົ້ນໄມ້ແມ່ພັນ ຊຶ່ງມີຄວາມສໍາຄັນຕໍ່ກັບຄວາມຫຼາກຫຼາຍຂອງສາຍພັນໃນທໍາມະຊາດ.
ພ້ອມນັ້ນ, ການສູນເສຍສັດປ່າຂະໜາດນ້ອຍ ທີ່ເປັນສັດກິນຊີ້ນ ຫຼື ກິນສັດອື່ນເປັນອາຫານຂອງວົງຈອນທໍາມະຊາດ ເຊັ່ນ ເຫງັນ ແລະ ງູ, ຊຶ່ງຈະເຮັດໃຫ້ຈໍານວນສັດທີ່ເປັນຜູ້ຖືກລ່າ (ໜູ) ເພີ່ມຂຶ້ນ, ອາດຈະນໍາເຊື້ອພະຍາດມາສູ່ສຸຂະພາບຂອງຄົນ, ທໍາລາຍພຶດພັນທີ່ປູກ ແລະ ຜົນຜະລິດຕ່າງໆ ທີ່ເກັບມ້ຽນໄວ້.
ດັ່ງນັ້ນ, ຄວາມສົມດຸນທາງດ້ານນິເວດແມ່ນມີຄວາມສໍາຄັນ ຍ້ອນວາ່ ມັນຊ່ວຍປ້ອງກັນການແຜ່ຂະຫຍາຍຂອງຊະນິດພັນສັດ-ພືດເພື່ອບໍ່ໃຫ້ກຸ່ມສັດໃດໜຶ່ງຫຼາຍກວ່າອີກກຸ່ມໜຶ່ງສະເພາະ.
ຂ່າວ: ວຽງຈັນທາຍ

