ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດປະດັບຫລຽນຄຳແຫ່ງຊາດ ໃຫ້ແກ່ອົງການແນວລາວສ້າງຊາດ, ປະດັບຫລຽນໄຊອິດສະຫລະຊັ້ນ I ໃຫ້ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ແລະ ປະດັບຫລຽນໄຊພັດທະນາຊັ້ນ I ໃຫ້ທ່ານ ອ໋ອດ ພົງສະຫວັນ ກໍາມະການສູນກາງແນວລາວສ້າງຊາດ ທີ່ເປັນນັກທຸລະກິດດີເດັ່ນ ໃນມື້ນີ້ ວັນທີ 13 ສິງຫາ 2020 ເນື່ອງໃນໂອກາດໂຮມຊຸມນຸມໃຫ່ຍ ຢູ່ຫໍປະຊຸມແຫ່ງຊາດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020).
ໃນຕອນເຊົ້າໄດ້ມີການວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ
(ດາວແດງ), ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນປະທານສຸພານຸວົງ, ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນປະທານໄກສອນ ພົມວິຫານ, ຮັບຊົມຮູບເງົາ 70 ປີ ແຫ່ງການເຕີບໃຫ່ຍຂະຫຍາຍຕົວຂອງແນວລາວສ້າງຊາດ, ຊົມການສະແດງສີລະປະ, ອ່ານກາບກອນຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ 70 ປີ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ

