ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການມື້ວານນີ້ວັນທີ 14 ສິງຫາ 2020 ເຖິງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ສາລະວັນ ໃຫ້ຕິດຕາມນັກສຶກສາລາວ 54 ຄົນທີ່ລັກອອກຈາກຫໍພັກ ຂອງມະຫາວິທະຍາໄລການແພດກວາງຈິ ສສ ຫວຽດນາມ ໃນວັນທີ 24 ກໍລະກົດ 2020 ທີ່ຜ່ານມາໃຫ້ນໍາຕົວມາກັກບໍລິເວນ 14 ວັນ ພ້ອມທັງສຶກສາອົບຮົມດ້ານແນວຄິດທີ່ເຮັດຜິດຕໍ່ລະບຽບການຂອງສອງປະເທດ, ຊຶ່ງນັກສຶກສາດັ່ງກ່າວແມ່ນອາໄສຢູ່ ແຂວງ ຄໍາມ່ວນ, ສະຫວັນນະເຂດ ແລະ ສາລະວັນ.
ແຈ້ງການຍັງໄດ້ລະບຸໄວ້ອີກວ່າ: ຈໍານວນນັກສຶກສາທີ່ລັກອອກຈາກຫໍພັກດັ່ງກ່າວ, ໃນນັ້ນ 15 ຄົນມີໜັງສືຜ່ານແດນ ແລະ ອີກ 39 ຄົນບໍ່ມີໜັງສື, ພາຍຫຼັງທີ່ຄົບກໍານົດກັກຕົວ 14 ວັນແລ້ວ, ຖ້າພວກກ່ຽວບໍ່ມີອາການເປັນພະຍາດໂຄວິດ-19 ໃຫ້ຮີບເຕົ້າໂຮມພວກກ່ຽວ ແລະ ພໍ່ແມ່ຜູ້ປົກຄອງເພື່ອມາສຶກສາອົບດ້ານຮົມແນວຄິດໂດຍຊີ້ໃຫ້ເຫັນຄວາມຜິດທີ່ລະເມີດລະບຽບກົດໝາຍຂອງສອງປະເທດ ພ້ອມໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມອັນຕະລາຍຂອງພະຍາດໂຄວິດ-19 ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ

